ພະບາດສົມເດັດພະບໍລົມມະນຽດກໍາປູເຈຍ Norodom Sihamoni ໄດ້ສົ່ງສານຊົມເຊີຍມາຍັງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ໃນສານ, ພະບາດສົມເດັດພະບໍລົມມະນຽດກໍາປູເຈຍ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານປະທານປະເທດ ຫງວຽນຊວນຟຸກ, ຫວຽດນາມ ຈະຍາດໄດ້ໝາກຜົນອັນໃຫຍ່ຫຼວງກວ່າເກົ່າ, ດ້ວຍການພັດທະນາ ແລະກ້າວໜ້າໃນທຸກຂົງເຂດ, ຮັກສາບົດບາດສໍາຄັນຢູ່ພາກພື້ນ ແລະໃນໂລກ. ພະບາດສົມເດັດພະບໍລົມມະນຽດກໍາປູເຈຍ ກໍ່ສະແດງຄວາມປາດຖະໜາຢາກໃຫ້ສາຍພົວພັນລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະກໍາປູເຈຍ ນັບມື້ນັບມີຄວາມສະໜິດຕິດພັນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ການນໍາບັນດາປະເທດ, ຄື: ສປປ.ເກົາຫຼີ, ອານເຊຣີ, ກູເວດ ກໍ່ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ (ເບື້ອງຊ້າຍ) ແລະທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ (ເບື້ອງຂວາ). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Mikhail Mishustin ນາຍົກລັດຖະມົນຕີສະຫະພັນລັດເຊຍ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ໃນໂທລະເລກຊົມເຊີຍ, ທ່ານ Mikhail Mishustin ເນັ້ນໜັກວ່າ ລັດເຊຍ ແລະຫວຽດນາມ ມີຄວາມສະໜິດຕິດພັນນໍາກັນຍ້ອນສາຍພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ, ສອງປະເທດພວມຜັນຂະຫຍາຍບັນດາຂົງເຂດຮ່ວມມືໃຫຍ່ທາງດ້ານເສດຖະກິດ-ການຄ້າ ແລະການລົງທຶນ, ພະລັງງານ, ອຸດສາຫະກໍາ, ພື້ນຖານໂຄງລ່າງ, ວິທະຍາສາດ ແລະວັດທະນະທໍາ. ທ່ານ Mikhail Mishustin ສະແດງຄວາມເຊື່ອໝັ້ນວ່າ, ລັດຖະບານສອງປະເທດຈະຕັ້ງໜ້າສົມທົບກັນຊຸກຍູ້, ປັບປຸງການຮ່ວມມືລະຫວ່າງລັດເຊຍ-ຫວຽດນາມ ດ້ວຍບັນດາຂໍ້ລິເລີ່ມ ແລະທິດທາງໃໝ່, ຕອບສະໜອງຜົນປະໂຫຍດຂອງສອງປະເທດ.

ນອກຈາກນັ້ນ, ທ່ານ Abdelaziz Djerad ນາຍົກລັດຖະມົນຕີອານເຊຣີ ກໍ່ໄດ້ສົ່ງສານຊົມເຊີຍມາຍັງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ໃນວັນດຽວກັນ, ສຈ Klaus Schwab, ປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF) ໄດ້ສົ່ງສານຊົມເຊີຍມາຍັງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ.

ໂດຍ: ທູຈາງ