ມະຕິເລືອກຕັ້ງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໂດຍທ່ານ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ ກ່າວປາໄສ, ມະຕິ: ເລືອກຕັ້ງສະຫາຍ ຟ້າມມີງຈິ໊ງ, ກຳມະການກົມການເມືອງສະໄໝທີ XIII, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະມາຊິກສະພາແຫ່ງຊາດຊຸດທີ XIV ໃຫ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ອາຍຸການ 2016-2021. ມະຕິສະບັບນີ້ມີຜົນສັກສິດນັບແຕ່ເວລາສະພາແຫ່ງຊາດລົງມະຕິຮັບຮອງເອົາ.

ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຮັບຟັງທ່ານ ເຈິ່ນແທງເໝິນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ໃນນາມຕາງໜ້າກໍາມາທິການສະພາແຫ່ງຊາດ, ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບໝາກຜົນຂອງການປຶກສາຫາລືກ່ຽວກັບການຄາດຄະເນບຸກຄະລາກອນ ເພື່ອເລືອກຕັ້ງນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ປະທານປະເທດລາຍງານຕໍ່ສະພາແຫ່ງຊາດກ່ຽວກັບການອະທິບາຍ, ຮັບເອົາຄຳເຫັນປະກອບຂອງສະມາຊິກສະພາແຫ່ງຊາດກ່ຽວກັບການຄາດຄະເນບຸກຄະລາກອນ ເພື່ອເລືອກຕັ້ງນາຍົກລັດຖະມົນຕີ. ຕໍ່ຈາກນັ້ນ, ສະພາແຫ່ງຊາດປຶກສາຫາລື ແລະລົງຄະແນນສຽງຮັບຮອງເອົາບັນຊີລາຍຊື່ເພື່ອເລືອກຕັ້ງນາຍົກລັດຖະມົນຕີ ແລະສະພາແຫ່ງຊາດດຳເນີນການເລືອກຕັ້ງນາຍົກລັດຖະມົນຕີດ້ວຍການປ່ອນບັດ.

leftcenterrightdel
 
leftcenterrightdel
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ  ສາບານຕົວຮັບດຳລົງຕຳແໜ່ງ. ພາບ: qdnd.vn

ຫຼັງຈາກນັ້ນ, ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ ໄດ້ດຳເນີນພິທີສາບານຕົວ. ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ  ໄດ້ສາບານຕົວວ່າ: "ພາຍໃຕ້ທຸງແດງດາວເຫຼືອງທີ່ສັກກາລະບູຊາຂອງຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະຜູ້ມີສິດເລືອກຕັ້ງທົ່ວປະເທດ, ຂ້າພະເຈົ້າ - ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສາບານຕົວ: ຈະຈົ່ງຮັກພັກດີຕໍ່ປະເທດຊາດ, ປະຊາຊົນ ແລະລັດຖະທໍາມະນູນແຫ່ງ ສສ ຫວຽດນາມ ຢ່າງເດັດຂາດ; ອອກແຮງປະຕິບັດສໍາເລັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.”

ຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງຂອງນາຍົກລັດຖະມົນຕີ,  ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ໄດ້ມອບຊໍ່ດອກໄມ້ຊົມເຊີຍທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີ.

ໂດຍ: ທະນາພອນ