ຫວຽດນາມ ໜູນຊ່ວຍກໍາປູເຈຍ ຮັບມືກັບພະຍາດໂຄວິດ-19
ກປ.ອອນໄລ - ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ, ຕອນເຊົ້າວັນທີ 1 ເມສາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບສັນຍາລັກບ້ວງເງິນທີ່ມີມູນຄ່າ 200.000 ໂດລາສະຫະລັດ ໃຫ້ແກ່ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ. ນີ້ແມ່ນບ້ວງເງິນເຊິ່ງລັດຖະບານ ແລະປະຊາຊົນຫວຽດນາມໜູນຊ່ວຍລັດຖະບານ ແລະປະຊາຊົນກໍາປູເຈຍ ຮັບມືກັບພະຍາດໂຄວິດ-19.
    |
 |
ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ມອບສັນຍາລັກບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 200.000 ໂດລາສະຫະລັດ ໃຫ້ແກ່ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ. ພາບ: mofa.gov.vn. |
ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນກວກຢູງ ເນັ້ນໜັກວ່າ ລັດຖະບານ ແລະປະຊາຊົນຫວຽດນາມ ປາດຖະໜາວ່າບ້ວງເງິນໜູນຊ່ວຍນີ້ຈະປະກອບສ່ວນຊ່ວຍໃຫ້ລັດຖະບານ ແລະປະຊາຊົນກໍາປູເຈຍ ຄວບຄຸມພະຍາດ, ເຮັດໃຫ້ສະພາບການເປັນປົກກະຕິໂດຍໄວ ແລະສືບຕໍ່ຍູ້ແຮງວຽກງານຟື້ນຟູ, ພັດທະນາເສດຖະກິດ.
ສ່ວນທ່ານ Chay Navuth ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຈິງໃຈຕໍ່ລັດຖະບານ ແລະປະຊາຊົນກໍາປູເຈຍ ໃນຍາມປະສົບກັບຄວາມຫຍຸ້ງຍາກ, ສະແດງໃຫ້ເຫັນອາລົມຈິດອັນລໍ້າຄ່າ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງປະເທດ; ພ້ອມກັນນັ້ນ, ທ່ານ Chay Navuth ເນັ້ນໜັກວ່າ ການໜູນຊ່ວຍຢ່າງທັນການຂອງຫວຽດນາມ ແມ່ນການເພີ່ມເຕີມສໍາຄັນໃຫ້ແກ່ຄວາມມານະພະຍາຍາມຂອງກໍາປູເຈຍ ແນໃສ່ຄວບຄຸມການແຜ່ລະບາດຂອງພະຍາດໃນຊຸມຊົນໃນປັດຈຸບັນນີ້.
ນີ້ແມ່ນການໜູນຊ່ວຍເປັນຄັ້ງທີ 2 ໂດຍລັດຖະບານຫວຽດນາມ ສະຫງວນໃຫ້ລັດຖະບານກໍາປູເຈຍ ໃນການຮັບມືກັບພະຍາດໂຄວິດ-19.
ໂດຍ: ທູຈາງ