ທ່ານ Vivian Balakrishnan ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະເລື່ອງທ່ານ ຟ້າມບິ່ງມິງ ໄດ້ຮັບເລືອກຕັ້ງເຂົ້າກົມການເມືອງຄືນໃໝ່; ຊົມເຊີຍຫວຽດນາມ ກ່ຽວກັບຜົນງານຄວບຄຸມພະຍາດໂຄວິດ-19 ແລະພັດທະນາເສດຖະກິດ-ສັງຄົມ; ທ່ານຢັ້ງຢືນວ່າ ສິງກະໂປ ຖືເປັນສໍາຄັນການພົວພັນຮ່ວມມືກັບຫວຽດນາມ, ເປັນຕົ້ນແມ່ນໃນສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງສັບສົນຄືປະຈຸບັນ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມບິ່ງມິງ ສະແດງຄວາມຂອບໃຈຝ່າຍສິງກະໂປ ທີ່ໄດ້ຕັ້ງໜ້າສະໜັບສະໜູນຫວຽດນາມ ໃນຖານະຕຳແໜ່ງປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ທ່ານສະເໜີໃຫ້ທັງສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະຂັ້ນຕ່າງໆໃນໄລຍະທີ່ເໝາະສົມ; ທ່ານຢາກໃຫ້ ສິງກະໂປ ຮ່ວມມື ແລະໜູນຊ່ວຍຫວຽດນາມ ໄດ້ສໍາຜັດກັບແຫຼ່ງວັກຊີນທີ່ປອດໄພ, ມີປະສິດທິຜົນ.

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບມາດຕະການຍູ້ແຮງການພົວພັນແລກປ່ຽນການຄ້າ, ຊຸກຍູ້ການຟື້ນຟູເສດຖະກິດຫຼັງໂລກລະບາດ, ເປີດປະຕູ ແລະອໍານວຍຄວາມສະດວກໃຫ້ແກ່ການໄປມາ; ແຜນການສັກວັກຊີນ ແລະຄວາມສາມາດໝູນໃຊ້ໜັງສືຜ່ານແດນວັກຊີນ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບບາງບັນຫາທີ່ພາກພື້ນ ແລະສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາມຽນມາ; ພ້ອມທັງປາດຖະໜາຢາກໃຫ້ສະພາບການຢູ່ມຽນມາ ກັບມາເປັນປົກກະຕິຄືນໃໝ່ໂດຍໄວ, ເພື່ອສັນຕິພາບ ແລະການຮ່ວມມືຢູ່ພາກພື້ນ, ປະກອບສ່ວນໃຫ້ການຮ່ວມມືກໍ່ຄືບົດບາດ ແລະອິດທິພົນຊື່ສຽງຂອງອາຊຽນ; ທັງສອງຝ່າຍເຫັນດີເປັນເອກພາບພ້ອມກັນສືບຕໍ່ເຂົ້າຮ່ວມໃນບັນດາຄວາມມານະພະຍາຍາມລວມຂອງອາຊຽນ ປະກອບສ່ວນເຂົ້າໃນການຊອກຫາມາດຕະການແກ້ໄຂບັນຫາຂອງມຽນມາ.

ໂດຍ: ດັ້ງເກື່ອງ