ທີ່ພິທີ, ທ່ານເລຂາທິການໃຫຍ່ອາຊຽນ ໄດ້ຊົມເຊີຍ ແລະຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ອີກເທື່ອໜຶ່ງ, ພິເສດແມ່ນໃນການນຳພາອາຊຽນ ຮັກສາຄວາມສາມັກຄີ ແລະເປັນເຈົ້າການຮັບມືຕໍ່ການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19. ທ່ານເລຂາທິການໃຫຍ່ Dato Lim Jock Hoi ກໍ່ຢືນຢັນຄືນໃໝ່ການປະກອບສ່ວນສຳຄັນຂອງຄະນະກຳມະການບັນດາອົງການຜູ້ຕາງໜ້າປະຈຳ ອາຊຽນ (CPR) ໃນປີເປັນປະທານອາຊຽນ 2020, ຄືເລື່ອງເປັນປະທານ ແລະເຂົ້າຮ່ວມການເຈລະຈາເອກະສານຫຼາຍສະບັບໃນຂອບເຂດການຮ່ວມມືຂອງອາຊຽນກັບບັນດາຄູ່ຮ່ວມສຳເລັດຜົນ, ຊຸກຍູ້ການປະສານງານໃນບັນດາບັນຫາເສົາຄ້ຳ, ປັບປຸງບົດບາດ ແລະການເຄື່ອນໄຫວຂອງຄະນະເລຂາທິການອາຊຽນ. ທ່ານເຊື່ອໝັ້ນວ່າ ດ້ວຍບົດຮຽນໃນການປະຕິບັດງານຂອງນັກການທູດນານປີ ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຈະມີການປະກອບສ່ວນສຳຄັນ ແລະຕັ້ງໜ້າເຂົ້າໃນວຽກງານຂອງ CPR, ສືບຕໍ່ປັບປຸງບົດບາດ ແລະຖານະທີ່ຕັ້ງຂອງຫວຽດນາມ ໃນອາຊຽນ ແລະອາຊຽນ ໃນປະຊາຄົມສາກົນ.

leftcenterrightdel
ເລຂາທິການໃຫຍ່ອາຊຽນຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ໃນການຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງຜ່ານການສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນ ແລະສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດ ແລະຜົນງານຂອງປີເປັນປະທານອາຊຽນ 2020 ຂອງຫວຽດນາມ.

ປີ 2021, ຄະນະຜູ້ຕາງໜ້າຫວຽດນາມ ຈະດຳລົງຕຳແໜ່ງປະທານກຸ່ມຮັບຜິດຊອບຂໍ້ລິເລີ່ມຮ່ວມສໍາພັນອາຊຽນ (IAI) ແລະສະພາຝາກຝັງກອງທຶນອາຊຽນ (AF BOT), ປະຕິບັດສຳເລັດອາຍຸການປະສານງານການພົວພັນຄູ່ຮ່ວມມືອາຊຽນ - ຍີ່ປຸ່ນ ໄລຍະ 2018-2021, ແລະຮັບດໍາລົງບົດບາດປະສານງານການພົວພັນອາຊຽນ - ສ.ເກົາຫຼີ ໄລຍະ 2021-2024.

ໂດຍ: ທະນາພອນ