ກ່າວຄຳເຫັນທີ່ພິທີ, ຕາງໜ້າລັດຖະບານ, ທ່ານ ຫງວຽນຊວນຟຸກ ຊົມເຊີຍບັນດາຄວາມມານະພະຍາຍາມຂອງກະຊວງຕຳຫຼວດ, ກຳລັງຕຳຫຼວດໃນທົ່ວປະເທດທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ບັນດາຂັ້ນ, ທ້ອງຖິ່ນໃນການກໍ່ສ້າງລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະລະບົບຜະລິດ, ສະໜອງ ແລະຄຸ້ມຄອງ ID ພົນລະເມືອງ. ທ່ານ ຫງວຽນຊວນຟຸກ ສະເໜີພາຍຫຼັງເປີດນຳໃຊ້, ກະຊວງຕຳຫຼວດສືບຕໍ່ປັບປຸງລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ແລະລະບົບຜະລິດ, ສະໜອງ ແລະຄຸ້ມຄອງ ID ພົນລະເມືອງ, ຮັບປະກັນຂໍ້ມູນຂອງພົນລະເມືອງຢ່າງຊັດເຈນ ແລະໄດ້ຮັບການເພີ່ມເຕີມ, ອັບເດດເປັນປະຈຳ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: ຮ່າແຄ໋ງ.

ກະຊວງຕຳຫຼວດ ຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ຂໍ້ມູນ, ກຽມພ້ອມບັນດາເງື່ອນໄຂເຊື່ອມຕໍ່ກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອກໍ່ສ້າງລັດຖະບານເອເລັກໂຕນິກ, ລັດຖະບານດີຈີຕອນ, ມຸ່ງໄປສູ່ການກໍ່ສ້າງພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ສືບຕໍ່ຍູ້ແຮງການປະຕິຮູບດ້ານບໍລິຫານໃນການປະຕິບັດບັນດາລະບຽບການກ່ຽວຂ້ອງເຖິງການຄຸ້ມຄອງພົນລະເມືອງ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ແລະວິສາຫະກິດ.

ໂດຍ: ແສງເດືອນ