ບົດຂຽນດ້ວຍຫົວຂໍ້ວ່າ: “ການປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ” ໄດ້ລະບຸວ່າ, ບັນດາເອກະສານ, ຄຳເຫັນປະກອບໄດ້ຮັບການກະກຽມເພື່ອໃຫ້ກອງປະຊຸມໃຫຍ່ເປີດເຜີຍ, ຕີລາຄາຢ່າງປະຊາທິປະໄຕບໍ່ພຽງແຕ່ໃນລະບົບອົງການຈັດຕັ້ງຂອງພັກເທົ່ານັ້ນ, ຫາກຍັງໄດ້ຮັບການເປີດເຜີຍເພື່ອຮັບເອົາຄໍາເຫັນປະກອບຈາກທົ່ວປວງຊົນອີກດ້ວຍ.

ບັນດາເອກະສານ, ເປົ້າໝາຍ, ທິດທາງພັດທະນາໄດ້ວາງອອກດ້ວຍຈຸດປະສົງກໍ່ສ້າງປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມຜາສຸກ; ກາຍເປັນປະເທດພັດທະນາຢ່າງວັດທະນາຖາວອນຕາມການກຳນົດທິດສັງຄົມນິຍົມໃນກາງສະຕະວັດທີ 21.

leftcenterrightdel
ບົດຂຽນທີ່ລົງໃນເວັບໄຊຂອງພັກກອມມູນິດສະໂລວາກີ ໄດ້ຕີລາຄາສູງຕໍ່ການກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກດ້ວຍບັນດາເປົ້າໝາຍແທດຈິງ. ພາບ: kss.sk

ສິ່ງທີ່ໜ້າເອົາໃຈໃສ່ແມ່ນມາດຖານ "ຄວາມຜາສຸກ" ໄດ້ນຳເຂົ້າບັນດາເອກະສານຂອງກອງປະຊຸມໃຫຍ່. ຕາມການຕີລາຄາຂອງພັກຄອມມູນິດສະໂລວາກີ ແລ້ວ, ຄຸນຄ່າຂອງຄວາມຜາສຸກແມ່ນໄດ້ຮັບຮູ້ຢ່າງຈະແຈ້ງຜ່ານພະຍາດໂຄວິດ-19, ເມື່ອບັນດາມາດຖານກ່ຽວກັບການເຕີບໂຕບໍ່ມີຄວາມໝາຍເທົ່າກັບຊີວິດທີ່ມີຄວາມສະຫງົບສຸກໃຫ້ແກ່ປະຊາຊົນ.

ໃນບົດຂຽນກໍ່ໄດ້ສະຫຼຸບໂດຍຫຍໍ້ບາງເປົ້າໝາຍພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ. ຈຸດເດັ່ນໜຶ່ງອີກນັ້ນແມ່ນວຽກງານບຸກຄະລາກອນໄດ້ຮັບຖືວ່າແມ່ນຂໍ້ກຸນແຈເພື່ອສ້າງຜົນສຳເລັດ. ໃນບົດຂຽນກໍ່ໄດ້ຂຽນວ່າ, "ຄວນເນັ້ນໜັກວ່າ, ດ້ວຍການນຳພາຂອງພັກກອມມູນິດຫວຽດນາມ, ປະເທດນ້ອຍ ແລະຫຼ້າຫລັງໄດ້ບືນຕົວຂຶ້ນກາຍເປັນປະເທດພວມພັດທະນາຢ່າງຂະຫຍັນຂັນເຄື່ອນ ດ້ວຍປະຊາກອນເກືອບ 100 ລ້ານຄົນ".

ໂດຍ: ທະນາພອນ