ທ່ານ ຫງວຽນຝຸຈ້ອງ ຊົມເຊີຍພັກປະຊາຊົນ ປະຕິວັດລາວ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ສໍາເລັດຜົນ; ຊົມເຊີຍທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ສະໄໝທີ XI.

leftcenterrightdel
ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ອັນໃຫຍ່ຫຼວງຫຼາຍກວ່າອີກໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດຄັ້ງທີ XIII ຂອງພັກສຳເລັດຜົນ.

ການນໍາສອງທ່ານໄດ້ຢັ້ງຢືນວ່າ ເລື່ອງປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງແມ່ນບັນຫາຍຸດທະສາດ, ມີຄວາມໝາຍເປັນຕາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ພາຍຫຼັງການສົນທະນາທາງໂທລະສັບລະຫວ່າງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກໍ່ໄດ້ໂທອວຍພອນທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຫາກໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.

ໂດຍ: ເກື່ອງດັ້ງ