ທີ່ໂອ້ລົມທາງໂທລະສັບ, ທ່ານ ຟ້າມບິ່ງມິງ ແລະທ່ານ Robert O’Brien ໄດ້ຊົມເຊີຍເລື່ອງສອງປະເທດໄດ້ມີໄຫວພິບໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ເຊິ່ງບໍ່ຫົວຊາຕໍ່ສະພາບພະຍາດໂຄວິດ-19, ຕີລາຄາການພົວພັນສອງປະເທດພວມຢູ່ໃນໄລຍະພັດທະນາຢ່າງແຮງ ແລະຮອບດ້ານໃນຫຼາຍຂົງເຂດ, ພ້ອມກັນນັ້ນກໍ່ເຫັນດີເປັນເອກະສັນສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ໃຫ້ພັດທະນາຢ່າງເປັນປົກກະຕິ, ເຂົ້າສູ່ລວງເລິກ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ,  ລະບອບການເມືອງຂອງກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ໄດ້ຕີລາຄາສູງຕໍ່ ທ່ານ Robert O’Brien, ຜູ້ຕາງໜ້າດ້ານການຄ້າ ແລະລັດຖະມົນຕີການຕ່າງປະເທດອາເມລິກາ ທີ່ໄດ້ຮັບຟັງ ແລະຮັບຮູ້ເຖິງຄວາມເອົາໃຈໃສ່ຂອງປະຊາຄົມວິສາຫະກິດສອງປະເທດໃນຂັ້ນຕອນຍື່ນສະເໜີຕໍ່ອົງການຜູ້ຕາງໜ້າດ້ານການຄ້າອາເມລິກາ (USTR) ດຳເນີນການສອບສວນກ່ຽວກັບນະໂຍບາຍເງິນຕາ ແລະວັດຖຸດິບໄມ້ຂອງຫວຽດນາມ ຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າ ປີ 1974 ຂອງອາເມລິກາ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Robert O'Brien ຢືນຢັນວ່າ ອາເມລິກາ ສະໜັບສະໜູນຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ຈະເລີນຮຸ່ງເຮືອງ, ນັບມື້ນັບສວມບົດບາດສຳຄັນຢູ່ພາກພື້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ທ່ານ Robert O'Brien ຕີລາຄາສູງຕໍ່ເລື່ອງທີ່ກະຊວງ, ຂະແໜງການຕ່າງໆຂອງຫວຽດນາມ ໃນໄລຍະຜ່ານມາໄດ້ຮ່ວມມືກັບບັນດາຄູ່ຮ່ວມມືອາເມລິກາ ກໍ່ຄືສົມທົບກັບ USTR ໃນຂັ້ນຕອນປຶກສາຫາລືໃນຂອບເຂດກໍລະນີ 301, ພ້ອມທັງຢືນຢັນວ່າ ການຕັ້ງໜ້າເຈລະຈາຂອງທັງສອງຝ່າຍໄດ້ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າໃຫ້ພັດທະນາຢ່າງໝັ້ນຄົງ, ນຳເອົາຜົນປະໂຫຍດມາໃຫ້ວິສາຫະກິດ ແລະປະຊາຊົນຂອງສອງປະເທດ.

ໂດຍ: ທະນາພອນ