ເມື່ອແບ່ງປັນທີ່ກອງປະຊຸມສໍາມະນາ, ທ່ານນາງ ປອ Rebecca Fatima Sta Maria, ຜູ້ອໍານວຍການບໍລິຫານຄະນະເລຂາ APEC ເນັ້ນໜັກວ່າ ປັດຈຸບັນແມ່ນຈຸດເວລາທີ່ APEC ຄວນສ້າງຂໍ້ລິເລີ່ມຮ່ວມມືໃນໄລຍະຍາວ ແລະໃນຂົງເຂດໃໝ່.

ທ່ານນາງ ຟ້າມກີ່ງມາຍ, ຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) APEC ຫວຽດນາມ ສະເໜີວ່າ ບັນດາຂໍ້ລິເລີ່ມ, ໂຄງການຄວນສຸມໃສ່ ແລະຕິດພັນກັບບັນດາເສົາຄໍ້າການຮ່ວມມືຂອງຖະແຫຼງການວິໄສທັດ APEC 2040, ລວມມີ: ຫັນການຄ້າ ແລະການລົງທຶນເປັນເສລີ; ປ່ຽນແປງໃໝ່, ປະດິດຄິດສ້າງ ແລະຫັນເປັນດີຈີຕອນ; ການເຕີບໂຕກວມລວມ, ຍືນຍົງ, ປອດໄພ, ດຸນດ່ຽງ ແລະເຂັ້ມແຂງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: baoquocte.vn.

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບຂໍ້ລິເລີ່ມການຮ່ວມມືເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມສໍາພັນເສດຖະກິດໃນພາກພື້ນ, ພັດທະນາເສດຖະກິດດີຈີຕອນ, ການເຕີບໂຕແບບຍືນຍົງ ແລະກວມລວມ... ຜ່ານນັ້ນສືບຕໍ່ເສີມຂະຫຍາຍບົດບາດຂອງ APEC ແມ່ນກົນໄກຮ່ວມມືເສດຖະກິດແຖວໜ້າໃນພາກພື້ນ.

ໂດຍ: ທູຈາງ