ນະຄອນຫຼວງວຽງຈັນ ໄດ້ປະດັບປະດາດ້ວຍທຸງຊາດ, ທຸງພັກ ແລະດອກໄມ້ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ. ຢູ່ຕາມຖະໜົນໃຫຍ່ສາຍຕ່າງໆ, ສວນສາທາລະນະ, ອະນຸສາວະລີ, ອົງການ, ສໍານັກງານຕ່າງໆ ລ້ວນແຕ່ໄດ້ປະດັບປະດາດ້ວຍທຸງຊາດ,  ທຸງພັກ, ດອກໄມ້ພ້ອມກັບປ້າຍ, ຄໍາຂວັນທີ່ສົ່ງສານຮຽກຮ້ອງໃຫ້ປະຊາຊົນທຸກຄົນຈົ່ງຮັກສາຈິດໃຈສາມັກຄີ, ຊົມເຊີຍການຊີ້ນໍາ, ນໍາພາຂອງພັກປະຊາຊົນປະຕິວັດລາວ, ສະໜັບສະໜູນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ.

ຂໍແນະນໍາເຖິງເພື່ອນຜູ້ອ່ານຮູບພາບຕ່າງໆກ່ຽວກັບນະຄອນຫຼວງວຽງຈັນ ກ່ອນມື້ໄຂກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ:

leftcenterrightdel
ຫໍປະຊຸມແຫ່ງຊາດ-ບ່ອນດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ. ພາບ: vov.vn.
leftcenterrightdel
ສໍານັກງານປະທານປະເທດ-ບ່ອນເຮັດວຽກຂອງເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ. ພາບ: vov.vn.
leftcenterrightdel
ທຸງປິວສະບັດຢູ່ຕໍ່ໜ້າຫໍພິພິທະພັນຕໍາຫຼວດປະຊາຊົນ. ພາບ: vov.vn.
leftcenterrightdel
ປະຕູໄຊທີ່ສວຍງາມ. ພາບ: vov.vn.
leftcenterrightdel
ຖະໜົນໃຫຍ່ສາຍຕ່າງໆລ້ວນແຕ່ໄດ້ປະດັບປະດາດ້ວຍທຸງຊາດ ແລະທຸງພັກເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່. ພາບ: vov.vn.
leftcenterrightdel
ຖະໜົນວຽງຈັນ ມີຄວາມສວຍງາມກວ່າກ່ອນມື້ໄຂກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ. ພາບ: vov.vn.
leftcenterrightdel
ຖະໜົນລ້ານຊ້າງ ໄດ້ປະດັບປະດາດ້ວຍທຸງ ແລະຄໍາຂວັນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່. ພາບ: vov.vn.
leftcenterrightdel
ຫໍພິພິທະພັນ ໄກສອນ ພົມວິຫານ ກະກຽມຕ້ອນຮັບຜູ້ແທນມາຖະຫວາຍທູບທຽນອາໄລຫາຜູ້ນໍາທີ່ຍິ່ງໃຫຍ່ ແລະແສນເຄົາລົບຮັກຂອງພັກ ແລະປະຊາຊົນລາວ ກ່ອນເວລາໄຂກອງປະຊຸມໃຫຍ່. ພາບ: vov.vn.

ໂດຍ: ເກື່ອງດັ້ງ