ຮັບມືກັບການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19

ນັບແຕ່ຕົ້ນປີເມື່ອພະຍາດໂຄວິດ-19 ເລີ່ມລະບາດໄປທົ່ວ, ສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າການສ້າງແຜນການໃຫ້ປີປະທານ AIPA, ຫຼັງຈາກນັ້ນແລກປ່ຽນກັບບັນດາປະເທດສະມາຊິກສະເໜີ, ປ່ຽນການເຄື່ອນໄຫວຜ່ານທາງອອນລາຍ.

ພາຍໃຕ້ຫົວຂໍ້ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື”,  ກອງປະຊຸມໃຫ່ຍ AIPA 41 ໄດ້ມີຂໍ້ລິເລີ່ມປະດິດຄິດສ້າງຫຼາຍຢ່າງສຳລັບວິວັດການຮັບຮອງເອົາເອກະສານປະຊຸມທາງອອນລາຍ, ເຖິງວ່າປະລິມານມະຕິບໍ່ຫຼາຍແຕ່ເນື້ອໃນແມ່ນຮອບດ້ານ, ກວມລວມ, ຕອບສະໜອງຜົນປະໂຫຍດຂອງ AIPA ແລະລັດຖະສະພາສະມາຊິກຕ່າງໆຢ່າງແທດຈິງ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມໃຫຍ່  AIPA 41. ພາບ: ໝີ໊ແຮັ້ງ.

ບັນດາລັດຖະສະພາ ໄດ້ຍົກອອກບັນຫາຫຼັກແຫຼ່ງກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ຄວາມໝັ້ນຄົງປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ ແລະສົນທິສັນຍາ UNCLOS 1982; ການຮັບມືກັບພະຍາດໂຄວິດ-19 ແລະການຟື້ນຟູເສດຖະກິດຢູ່ໃນ ແລະພາຍຫຼັງພະຍາດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເພີ່ມເຕີມສິດຂອງແມ່ຍິງ, ຮັບປະກັນວຽກເຮັດງານທໍາ ແລະລາຍຮັບໃຫ້ແກ່ຜູ້ອອກແຮງງານຍິງໃນໄລຍະໂຄວິດ-19.

ທີ່ກອງປະຊຸມໃຫຍ່ AIPA 41, ບັນດາລັດຖະສະພາສະມາຊິກໄດ້ສຸມໃສ່ປຶກສາຫາລື, ຮັບຮອງເອົາມະຕິ ແລະບົດລາຍງານລວມ 26 ສະບັບ. ຫວຽດນາມ ໄດ້ຮັບການຕີລາຄາວ່າໄດ້ເສີມຂະຫຍາຍບົດບາດປະທານ AIPA 41 ໃນການສ້າງຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມລະຫວ່າງບັນດາປະເທດສະມາຊິກ.

ຂີດໝາຍຂອງຫວຽດນາມ

ໃນປີປະທານ AIPA 2020,  ຫວຽດນາມ ໄດ້ສະເໜີ 2 ຂໍ້ລິເລີ່ມ ແລະໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກລັດຖະສາພາສະມາຊິກທັງໝົດ.

ກອງປະຊຸມບໍ່ເປັນທາງການສະມາຊິກລັດຖະສະພາໜຸ່ມ AIPA ແມ່ນຂໍ້ລິເລີ່ມຂອງຫວຽດນາມ ໂດຍທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຍົກອອກທີ່ກອງປະຊຸມໃຫຍ່ AIPA 40. ປີປະທານ AIPA 2020, ຫວຽດນາມ ໄດ້ນໍາເອົາເນື້ອໃນດັ່ງກ່າວເຂົ້າໃນໂຄງການດໍາເນີນງານຂອງ AIPA  ແລະກໍານົດຈັດຕັ້ງກອງປະຊຸມບໍ່ເປັນທາງການກ່ຽວກັບສະມາຊິກລັດຖະສະພາໜຸ່ມ AIPA  ແມ່ນບາດກ້າວສໍາຄັນສະແດງໃຫ້ເຫັນຄວາມເອົາໃຈໃສ່, ວິໄສທັດຂອງ AIPA,  ຕີລາຄາສູງບົດບາດ, ທີ່ຕັ້ງຂອງບັນດາສະມາຊິກລັດຖະສະພາໜຸ່ມ, ພິເສດແມ່ນບົດບາດຂອງຊາວໜຸ່ມ. ເລື່ອງບັນດາສະມາຊິກລັດຖະສະພາໜຸ່ມ ເຂົ້າຮ່ວມເວທີປາໄສລວມຂອງລັດຖະສະພາພາກພື້ນ ແລະສະແດງໃຫ້ເຫັນທັດສະນະຕາງໜ້າໃຫ້ໄວໜຸ່ມແມ່ນສໍາຄັນທີ່ສຸດ.

ຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບການສ້າງຕັ້ງສະມາຄົມສະມາຊິກລັດຖະສະພາໜຸ່ມ AIPA,  ທ່ານ Heng Samrin, ປະທານສະພາແຫ່ງຊາດກໍາປູເຈຍ ແລະທ່ານ Leng Peng Long ເລຂານຸການໃຫຍ່ສະພາແຫ່ງຊາດກໍາປູເຈຍ ຖືວ່າ ເນື້ອໃນດັ່ງກ່າວມີຄວາມສໍາຄັນຍິ່ງ, ເພາະວ່າໃນປັດຈຸບັນ, ຊາວໜຸ່ມສວມບົດບາດສໍາຄັນໃນການພັດທະນາ ແລະກໍ່ສ້າງປະຊາຄົມອາຊຽນວັດທະນາຖາວອນ, ກ້າວໜ້າ. ທ່ານ Ong Keng Yong, ອະດີດເລຂານຸການໃຫຍ່ອາຊຽນ ຕີລາຄາວ່າ ເລື່ອງສະພາແຫ່ງຊາດຫວຽດນາມ ຍົກອອກບາງຂໍ້ລິເລີ່ມໃໝ່ທີ່ກອງປະຊຸມ AIPA ຄັ້ງນີ້ ຄືກອງປະຊຸມບໍ່ເປັນທາງການສະມາຊິກລັດຖະສະພາໜຸ່ມ AIPA ແມ່ນວຽກງານທີ່ມີປະໂຫຍດ ແລະເໝາະສົມເພື່ອນໍາອາຊຽນ ເຂົ້າມາໃກ້ກວ່າກັບປະຊາຊົນໃນພາກພື້ນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ຮັບຕໍາແໜ່ງປະທານ AIPA 41 ທີ່ພິທີອັດກອງປະຊຸມໃຫຍ່  AIPA 40 ຢູ່ບາງກອກ (ໄທ). ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດປີຫວຽດນາມ ດໍາລົງຕໍາແໜ່ງປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ “ຄູ່ຮ່ວມມືລັດຖະສະພາ ກ່ຽວກັບການຮ່ວມມືດ້ານການສຶກສາ, ວັດທະນະທໍາ ເພື່ອການພັດທະນາແບບຍືນຍົງ” (AIPA-ECC) ຜ່ານລະບົບທາງໄກ. ກອງປະຊຸມຄັ້ງນີ້ແມ່ນຂໍ້ລິເລີ່ມຂອງຫວຽດນາມ ດ້ວຍຄວາມມຸ່ງມາດປາດຖະໜາວ່າ ບັນດາລັດຖະສະພາສະມາຊິກ, ຄູ່ຮ່ວມມືຕ່າງໆພ້ອມກັນປຶກສາຫາລືກ່ຽກກັບກົນໄກຮ່ວມມືລະຫວ່າງລັດຖະສະພາ AIPA ໃນຂົງເຂດການສຶກສາ ແລະວັດທະນະທໍາ ເພື່ອແນໃສ່ປະຕິບັດໂຄງການດໍາເນີນງານ 2020 ເພື່ອການພັດທະນາແບບຍືນຍົງຂອງ ສປຊ, ຜ່ານນັ້ນປະກອບສ່ວນຮັກສາສີສັນວັດທະນະທໍາ, ກໍ່ສ້າງປະຊາຄົມອາຊຽນ ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.

ທີ່ກອງປະຊຸມ, ຜູ້ຕາງໜ້າຄະນະຫວຽດນາມ ສະເໜີຄວນຈັດຕັ້ງກອງປະຊຸມປະຈໍາປີຂອງ AIPA ໃນການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ແລະໃນການຮ່ວມມືດ້ານການສຶກສາ, ວັດທະນະທໍາເພື່ອການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ; ຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາສະມາຊິກຕ່າງໆຂອງ AIPA ໃນການກໍ່ສ້າງ, ປັບປຸງກົດໝາຍວ່າດ້ວຍວັດທະນະທໍາ, ການສຶກສາ, ສ້າງກອບນິຕິກໍາລະຫວ່າງການສຶກສາພາຍໃນກຸ່ມອາຊຽນ, ສ້າງຮູບການບໍາລຸງສ້າງໃໝ່ ທາງໄກ, ທາງອອນລາຍ ເພື່ອປັບຕົວໃຫ້ເໝາະສົມກັບສະພາບພະຍາດໂຄວິດ-19 ແລະສະພາບການໃໝ່.

ຄະນະຫວຽດນາມ ໄດ້ສະເໜີປັບປຸງກົນໄກຕິດຕາມກວດກາຂອງ AIPA ເພື່ອຊຸກຍູ້ອາຊຽນເວົ້າລວມ, ບັນດາລັດຖະບານສະມາຊິກເວົ້າສະເພາະ ປະຕິບັດຄໍາໝັ້ນສັນຍາໃນພາກພື້ນກ່ຽວກັບວັດທະນະທໍາ, ການສຶກສາ, ພ້ອມທັງສະເໜີສ້າງແຜນທີ່ມໍລະດົກວັດທະນະທຳເພື່ອອະນຸລັກຮັກສາວັດທະນະທໍາຂອງຊາດຕົນ; ກໍ່ສ້າງເສັ້ນທາງມໍລະດົກວັດທະນະທໍາເພື່ອແນໃສ່ເຊື່ອມຕໍ່ແລກປ່ຽນລະຫວ່າງບັນດາພື້ນຖານວັດທະນະທຳອາຊຽນ...

ຄວາມປະທັບໃຈໃນດວງໃຈເພື່ອນມິດສາກົນ

ບັນດາການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນຂອງສະພາແຫ່ງຊາດຫວຽດນາມ ໃນປີປະທານ AIPA 2020 ຈະແມ່ນພື້ນຖານເພື່ອໃຫ້ຫວຽດນາມ ສືບຕໍ່ປະຕິບັດເປັນຢ່າງດີ ແລະຢັ້ງຢືນບົດບາດໝັ້ນແກ່ນ, ຖານະຕໍາແໜ່ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ. ຜົນສໍາເລັດຂອງປີປະທານ AIPA 2020 ແລະກອງປະຊຸມໃຫຍ່ AIPA 41 ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນດວງໃຈເພື່ອນມິດສາກົນ.

ໃນບົດກ່າວປາໄສຮັບຕໍາແໜ່ງປະທານໝູນວຽນ AIPA ປີ 2021, ທ່ານ Pehin Abdul Rahman Taib, ຜູ້ນໍາຂອງສະພານິຕິບັນຍັດ (ສະພາແຫ່ງຊາດ) ບຣູໄນ ໄດ້ເຊີດຊູບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງປະທານ  AIPA ໃນປີ 2020, ນັ້ນແມ່ນຊຸກຍູ້ການທູດລັດຖະສະພາ ເພື່ອແນໃສ່ນໍາພາກພື້ນອາຊຽນ ມຸ່ງໄປເຖິງຄວາມສະນິດຕິດພັນ ແລະເປັນເຈົ້າການຮັບມືໄວກວ່າໃນໄລຍະຫຍຸ້ງຍາກຄືປັດຈຸບັນ. ຕາມການຕີລາຄາຂອງສະພານິຕິບັນຍັດບຣູໄນ ແລ້ວ, ພາຍໃຕ້ການນໍາພາຂອງຫວຽດນາມ ໃນປີ 2020,  AIPA ໄດ້ມີປະຕິກິລິຍາສະໜິດຕິດພັນທີ່ສຸດດ້ວຍຈິດໃຈ “ອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື”.

ໜັງສືພິມອອນລາຍ Foreignaffairassia ກໍຕີລາຄາວ່າ, ຫວຽດນາມ ໄດ້ມີການປະກອບສ່ວນຕັ້ງໜ້າໃນປີປະທານ AIPA 41, ເພື່ອປະຊາຄົມອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື. ດ້ວຍຖານະຕໍາແໜ່ງປະເທດເຈົ້າພາບຈັດຕັ້ງ AIPA 41, ຫວຽດນາມ ໄດ້ສວມບົດບາດຊັກຈູງ ແລະປະກອບສ່ວນທີ່ສໍາຄັນເຂົ້າໃນຜົນສໍາເລັດຂອງບັນດາເຫດການ. ເລື່ອງຈັດຕັ້ງ AIPA 41 ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງແມ່ນຈຸດພົ້ນເດັ່ນໃນວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ. ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດບັນດາປະເທດ: ກໍາປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ໄດ້ຕີລາຄາສູງວຽກງານຈັດຕັ້ງຢ່າງຮອບຄອບຖີ່ຖ້ວນ, ທັນການຂອງສະພາແຫ່ງຊາດຫວຽດນາມ, ຮັບປະກັນຜົນສໍາເລັດຂອງກອງປະຊຸມໃຫຍ່  AIPA-41.

ໃນອາຍຸການສະພາແຫ່ງຊາດ ຊຸດທີ XIV, ພ້ອມກັບການຈັດຕັ້ງກອງປະຊຸມປະຈໍາປີເວທີປາໄສລັດຖະສະພາອາຊີ- ປາຊີຟິກ ຄັ້ງທີ 26 (APPF-26) ປະສົບຜົນສໍາເລັດ, ບັນດາໝາກຜົນໃນປີປະທານ AIPA 2020 ໄດ້ສ້າງຂີດໝາຍແຫ່ງການເຄື່ອນໄຫວການທູດລັດຖະສະພາ, ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດລວມຂອງການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ລັດຫວຽດນາມ. ດ້ວຍບົດບາດປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ໄດ້ເຮັດຈົນສຸດຄວາມສາມາດຂອງຕົນຈັດຕັ້ງສໍາເລັດບັນດາການເຄື່ອນໄຫວຂອງປີປະທານ AIPA 2020, ກອງປະຊຸມໃຫຍ່ AIPA 41, ປະກອບສ່ວນຢ່າງແທດຈິງ ຍົກລະດັບການພົວພັນຄູ່ຮ່ວມມື AIPA - ອາຊຽນ ເຂົ້າສູ່ລວງເລິກ, ເພີ່ມທະວີການສົມທົບກັນກະທໍາລະຫວ່າງຊ່ອງທາງນິຕິບັນຍັດ ແລະຊ່ອງທາງບໍລິຫານ ເພື່ອຮັກສາທ່າຮ່ວມສຳພັນ, ຍູ້ແຮງວິວັດການກໍ່ສ້າງປະຊາຄົມອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ, ປອດໄພ, ວັດທະນາຖາວອນ ແລະມີຄວາມຜາສຸກໃຫ້ແກ່ປະຊາຊົນໝົດທຸກຄົນ.

ຜົນສໍາເລັດຂອງກອງປະຊຸມໃຫຍ່ AIPA 41 ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຂອງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາສະມາຊິກຕ່າງໆຂອງ AIPA ໃນການແກ້ໄຂຄວາມຫຍຸ້ງຍາກ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມືບົນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”. ຜົນສໍາເລັດຂອງປີປະທານ AIPA 2020,  ກອງປະຊຸມໃຫຍ່ AIPA 41 ໄດ້ສ້າງຄວາມປະທັບໃຈທີ່ດີງາມຕໍ່ບັນດາລັດຖະສະພາສະມາຊິກ, ລັດຖະສະພາສັງເກດການຂອງ AIPA ແລະໃນການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XIV.

ໂດຍ: ທູຈາງ

.