ປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ-ມົງໂກນ ຄັ້ງທີ 9
ກປ.ອອນໄລ - ວັນທີ 9 ທັນວາ, ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Munkhjin Batsumber ຮອງລັດຖະມົນຕີກະຊວງການຕ່າງປະເທດມົງໂກນ ໄດ້ເປັນປະທານຮ່ວມວາລະປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຫວຽດນາມ-ມົງໂກນ ຄັ້ງທີ 9 ຜ່ານລະບົບທາງໄກ.
ທີ່ວາລະປຶກສາຫາລື, ສອງຝ່າຍໄດ້ຫວນຄືນສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການ, ທິດທາງລະອຽດແນໃສ່ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫວຽດນາມ-ມົງໂກນ ໃນໄລຍະຈະມາເຖິງ.
    |
 |
ທ່ານ ເລຮວ່າຍຈູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ-ມົງໂກນ ຄັ້ງທີ 9. ພາບ: baoquocte.vn. |
ກ່ຽວກັບການພົວພັນດ້ານການເມືອງ, ສອງຝ່າຍຢັ້ງຢືນຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ພັດທະນາການພົວພັນ, ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດກວ່າອີກ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່່າງແໜ້ນແຟ້ນເພື່ອຊຸກຍູ້, ປະຕິບັດບັນດາເນື້ອໃນໄດ້ເຫັນດີເປັນເອກະພາບທີ່ກອງປະຊຸມ ຄັ້ງທີ 17 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ມົງໂກນ ກ່ຽວກັບການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະເຕັກນິກຢ່າງມີປະສິດທິຜົນ; ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດຄົ້ນຄວ້າຕະຫຼາດ, ຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດ, ຄື: ສຳຫຼວດນ້ຳມັນອາຍແກັສ, ຂຸດຄົ້ນ, ຜະລິດປຸງແຕ່ງຖ່ານຫີນ ແລະແຮ່ທາດທຸກປະເພດ...
ການນໍາສອງກະຊວງການຕ່າງປະເທດ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື, ສົມທົບກັນທັງສອງຝ່າຍ ແລະຫຼາຍຝ່າຍດ້ວຍຫຼາຍຮູບການທີ່ມີໄຫວພິບ; ເສີມຂະຫຍາຍກົນໄກປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຢ່າງມີປະສິດທິຜົນກວ່າອີກ.
ໂດຍ: ເຈິ່ນຮວ່ຽນ