leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Robert O’Brien ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອາເມລິກາ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທີ່ການພົບປະເຈລະຈາ, ທ່ານ ຟ້າມບິ່ງມິນ ແລະທ່ານ Robert O’Brien ລ້ວນແຕ່ເຫັນດີເປັນເອກະພາບກັນຕີລາຄາວ່າ ຍັງບໍ່ທັນມີຍາມໃດທີ່ການພົວພັນສອງປະເທດມີການພັດທະນາຢ່າງແຮງຄືໃນປັດຈຸບັນ, ຢັ້ງຢືນການຖືເປັນສໍາຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ສອງຝ່າຍກໍແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ເຮັດໃຫ້ການພົວພັນສອງປະເທດໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ, ໃນນັ້ນໃຫ້ບຸລິມະສິດຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນໃຫ້ປົກກະຕິຄືນໃໝ່ໂດຍໄວ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ;  ເພີ່ມທະວີການຮ່ວມມືດ້ານມະນຸດສະທໍາ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການເພີ່ມທະວີການພົວພັນການຄ້າ ແລະການລົງທຶນສອງຝ່າຍບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທ່ານ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ແລະບັນດາປະເທດອາຊຽນ ຈະສືບຕໍ່ສະໜັບສະໜູນ, ສົມທົບກັບອາເມລິກາ ແລະບັນດາປະເທດ ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຮ່ວມມື ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ລະບຽບກົດໝາຍຢູ່ພາກພື້ນ ແລະໃນໂລກ; ສະເໜີໃຫ້ອາເມລິກາ ສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອາເມລິກາ ແລະການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ. ສ່ວນທ່ານ Robert O’Brien ຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການສົມທົບກັນໃນການແກ້ໄຂບັນດາສິ່ງທ້າທາຍລວມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ກວຽດເຕິມ