ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປິຕິຊົມຊື່ນກ່ຽວກັບຄວາມຄືບໜ້າທີ່ດີຂອງການພົວພັນ ຫວຽດນາມ-ອາເມລິກາ, ໂດຍສະເພາະແມ່ນໃນການສະພາບທີ່ສອງປະເທດ ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ; ທ່ານ ຫງວຽນຊວນຟຸກ ຕີລາຄາວ່າພາຍຫຼັງ 25 ປີແຫ່ງວັນສ້າງຕັ້ງ, ການພົວພັນຫວຽດນາມ-ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຮອບດ້ານ, ແທດຈິງ, ນັບມື້ນັບເຂົ້າສູ່ລວງເລິກ, ປະກອບສ່ວນຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Robert O’Brien ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດອາເມລິກາ ຫາກໍ່ຮັບຮອງເອົາບ້ວງເງິນທີ່ມີມູນຄ່າ 20 ລ້ານໂດລາສະຫະລັດ ທີ່ສະຫງວນໃຫ້ແກ່ໂຄງການລ້າງທາດພິດຢູ່ສະໜາມບິນບຽນຮວ່າ ໃນປີການເງິນຈະມາເຖິງ; ທ່ານ ໄດ້ເນັ້ນໜັກເຖິງຄໍາໝັ້ນສັນຍາຂອງອາເມລິກາ ທີ່ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄື: ການລ້າງທາດພິດດີໂອຊິນ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ທຳລາຍ, ເກັບກູ້ລະເບີດບໍ່ທັນແຕກ, ສັນລະສູດອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຫວຽດນາມ... ກໍຄືຄວາມພະຍາຍາມຂອງຫວຽດນາມ ທີ່ຊ່ວຍຄົ້ນຫາກະດູກທະຫານອາເມລິກາ ເຊິ່ງໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງພື້ນຖານເພື່ອໃຫ້ການພົວພັນສອງປະເທດພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ.

ສ່ວນທ່ານ Robert O’Brien ຢັ້ງຢືນວ່າ ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ, ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຊຸກຍູ້ການພົວພັນໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ໝັ້ນຄົງໜັກແໜ້ນໃນໄລຍະຈະມາເຖິງ. ທ່ານ Robert O’Brien ກໍສະແດງຄວາມຊົມເຊີຍຫວຽດນາມ ເມື່ອດໍາລົງຕໍາແໜ່ງປະທານອາຊຽນ ໃນປີທີ່ເຕັມໄປດ້ວຍສິ່ງທ້າທາຍຫຼາຍຢ່າງປະສົບຜົນສໍາເລັດຢ່າງຈົບງາມ; ທ່ານ ຢັ້ງຢືນວ່າ ອາເມລິກາ ສະໜັບສະໜູນບົດບາດໃຈກາງຂອງອາຊຽນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອາເມລິກາ ໃນບັນດາຂົງເຂດເສດຖະກິດ, ຄວາມໝັັ້ນຄົງ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ... ພັດທະນາຢ່າງແທດຈິງ, ມີປະສິດທິຜົນກວ່າອີກ.

ໂດຍ: ໄຊຊະນະ