ໜັງສືພິມປະຊາຊົນລາວ ໃຫ້ຮູ້ວ່າກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໄດ້ຈັດຕັ້ງຜ່ານລະບົບທາງໄກ (ທາງອອນລາຍ) ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ບັນດາການນໍາອາຊຽນ ໄດ້ຕີລາຄາສູງຕໍ່ເລື່ອງໃຫ້ບຸລິມະສິດຂອງກຸ່ມພາຍໃຕ້ການນໍາພາຂອງຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ 2020, ລວມມີການເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຊຸກຍູ້ບົດບາດໃຈກາງຂອງອາຊຽນ, ຮັກສາສັນຕິພາບ, ສະຖຽນລະພາບ ແລະຮ່ວມມືໃນການພັດທະນາຂອງອາຊຽນ ໃນໂລກທີ່ກໍາລັງຫັນປ່ຽນຢ່າງວ່ອງໄວ. ບັນດາການນໍາອາຊຽນ ກໍ່ຊົມເຊີຍບົດບາດຂອງປະເທດປະທານອາຊຽນ 2020, ໂດຍຢັ້ງຢືນວ່າ ຫວຽດນາມ ໄດ້ປະກອບສ່ວນເພີ່ມທະວີຄວາມເຫັນດີເປັນເອກະພາບຂອງກຸ່ມ ແລະຊ່ວຍຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາປະເທດສະມາຊິກອາຊຽນ.

ໜັງສືພິມ Vientiane Times ສະບັບອອກວັນທີ 13 ພະຈິກ ກໍ່ໃຫ້ຮູ້ວ່າບົດກ່າວປາໄສຜ່ານລະບົບທາງໄກທີ່ກອງປະຊຸມຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງບັນດາຜົນງານຂອງຫວຽດນາມໃນປີ 2020. ທ່ານ ທອງລຸນ ສີສຸລິດ ກໍ່ຊຸກຍູ້ບັນດາການນໍາຂອງອາຊຽນ ຍູ້ໄວຄວາມມານະພະຍາຍາມເພື່ອແນໃສ່ຟື້ນຟູບັນດາຂົງເຂດເສດຖະກິດ ທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ-19, ສືບຕໍ່ຮ່ວມມືຄົ້ນຄວ້າ, ພັດທະນາ ແລະຜະລິດວັກຊິນກັນພະຍາດໂຄວິດ-19, ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະນ້ອຍ, ເພີ່ມທະວີເລື່ອງຫັນເປັນດີຈີຕອນ, ປັບປຸງລະບົບການສະໜອງເພື່ອເຊື່ອມຕໍ່ກັບການຄົມມະນາຄົມຂົນສົ່ງທາງບົກ, ທາງນໍ້າ ແລະທາງອາກາດແນໃສ່ຍູ້ໄວການສະໜອງສິນຄ້າ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄໍາເຫັນຊົມເຊີຍທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ໜັງສືພິມເສດຖະກິດສັງຄົມລາວ ກໍ່ໄດ້ເນັ້ນໜັກເຖິງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ບັນດາການນໍາອາຊຽນ ໄດ້ຮັບຮອງເອົາເອກະສານສໍາຄັນ 6 ສະບັບ, ລວມມີ: ຖະແຫຼງການຮ່າໂນ້ຍວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ຖະແຫຼງການຮ່າໂນ້ຍວ່າດ້ວຍການຮັບຮອງເອົາຂໍ້ລິເລີ່ມເຊື່ອມໂຍງເຂົ້າກັບອາຊຽນ ໄລຍະ 2021-2025, ຖະແຫຼງການອາຊຽນວ່າດ້ວຍການທ່ອງທ່ຽວດີຈີຕອນ ແລະເຊີດຊູສີສັນອາຊຽນ, ຖະແຫຼງການຮ່າໂນ້ຍວ່າດ້ວຍການເພີ່ມທະວີວຽກງານສັງຄົມ ມຸ່ງໄປເຖິງປະຊາຄົມອາຊຽນ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”.

ຄຽງຂ້າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ສື່ມວນຊົນຂອງລາວ ກໍ່ໄດ້ເຕື້ອງເຖິງບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງອື່ນອີກທີ່ດໍາເນີນໃນວັນທີ 12 ພະຈິກ.

ໜັງສືພິມປະເທດລາວ ໃຫ້ຮູ້ວ່າ ທີ່ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 23, ການນໍາອາຊຽນ ແລະຈີນ ໄດ້ຕີລາຄາສູງບັນດາໝາກຜົນໃນການຮ່ວມມື, ໃຫ້ຄໍາໝັ້ນສັນຍາສືບຕໍ່ຮ່ວມມືຜ່ານເລື່ອງຮັບຮອງເອົາແຜນການເຮັດວຽກໃໝ່ ໄລຍະ 2021-2025 ລະຫວ່າງສອງຝ່າຍ.

ໜັງສືພິມ Vientiane Times ກໍ່ໃຫ້ຂ່າວກ່ຽວກັບກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ ຄັ້ງທີ 23, ບັນດາການນໍາອາຊຽນ ໄດ້ສະແດງຄວາມຂອບໃຈຝ່າຍຍີ່ປຸ່ນ ທີ່ໄດ້ປະກອບສ່ວນເຂົ້າກອງທຶນຮັບມືກັບພະຍາດໂຄວິດ-19 ຂອງອາຊຽນ ແລະສະໜອງເງິນແກ່ການສ້າງຕັ້ງສູນອາຊຽນຮັບມືກັບບັນດາກໍລະນີການແພດສາທາລະນະສຸກເສີນ ແລະບັນດາໂລກລະບາດທີ່ເກີດໃໝ່.

ທີ່ກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17, ການນໍາສອງຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືໃນຂົງເຂດສາທາລະນະສຸກ, ພິເສດແມ່ນແບ່ງປັນຂໍ້ມູນຂ່າວສານ ແລະບົດຮຽນໃນການແກ້ໄຂພະຍາດໂຄວິດ-19. ສອງຝ່າຍກໍ່ເຫັນດີຈະຮ່ວມມືກັນຟື້ນຟູເສດຖະກິດພາຍຫຼັງພະຍາດ, ພົບປະແລກປ່ຽນວັດທະນະທໍາ ແລະການທ່ອງທ່ຽວ, ເສດຖະກິດດີຈີຕອນ ແລະການເຊື່ອມຕໍ່ໃນອາຊຽນ, ພິເສດແມ່ນເລື່ອງກໍ່ສ້າງເສັ້ນທາງດ່ວນອິນເດຍ-ໄທ-ມຽນມາ ແລະເປີດກວ້າງໄປສູ່ລາວ, ກໍາປູເຈຍ ແລະຫວຽດນາມ.

ເນື່ອງໃນໂອກາດນີ້, ສື່ມວນຊົນລາວ ກໍ່ໄດ້ເຕື້ອງເຖິງກອງປະຊຸມສຸດຍອດຜູ້ນໍາແມ່ຍິງອາຊຽນ, ໂດຍເນັ້ນໜັກວ່ານີ້ແມ່ນຄັ້ງທໍາອິດ ທີ່ອາຊຽນຈັດຕັ້ງກອງປະຊຸມສໍາລັບຜູ້ນໍາເພດຍິງ.

ໂດຍ: ທູຈາງ