ທີ່ການໂອ້ລົມທາງໂທລະສັບ, ທ່ານອະດີດນາຍົກລັດຖະມົນຕີອັງກິດ Tony Blair ສະເໜີຄວາມສາມາດຮ່ວມມືກັບກຸ່ມບໍລິສັດ Oracle (ອາເມລິກາ) ໃນການຜັນຂະຫຍາຍລະບົບຄຸ້ມຄອງການແພດດີຈີຕອນຢູ່ຫວຽດນາມ ເພື່ອແນໃສ່ຮັບມືກັບພະຍາດໂຄວິດ-19. ທ່ານ Tony Blair ຕີລາຄາສູງຕໍ່ສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດຢູ່ຫວຽດນາມວ່າ ນັບມື້ນັບໄດ້ຮັບການປົວແປງຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Tony Blair ອະດີດນາຍົກລັດຖະມົນຕີອັງກິດ, ປະທານບໍລິຫານສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ. ພາບ: ຕ໊ວນແອັງ.

ດ້ວຍບັນດາໝາກຜົນບັນລຸໄດ້ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະສັນຍາ EVFTA ມີຜົນສັກສິດຢ່າງເປັນທາງການນັ້ນ, ຫວຽດນາມ ກໍາລັງເປັນຈຸດພົ້ນເດັ່ນໃນການດຶງດູດກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI)  ທີ່ທົ່ວໂລກກໍາລັງມີການຫັນປ່ຽນ. ທ່ານ Tony Blair ສະແດງຄວາມປາດຖະໜາຢາກໜູນຊ່ວຍຫວຽດນາມ ໃນການດຶງດູດບັນດາກະແສເງິນລົງທຶນທີ່ມີຄຸນນະພາບສູງໃນໄລຍະຈະມາເຖິງ.

ສ່ວນທ່ານ ຟ້າມບິ່ງມິນ ຕີລາຄາສູງຕໍ່ທ່ານອະດີດນາຍົກລັດຖະມົນຕີອັງກິດ Tony Blair ທີ່ໄດ້ມີການປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ ແລະອັງກິດ ກໍຄືໃຫ້ຄໍາປຶກສາ, ສະໜອງຂໍ້ສະເໜີນະໂຍບາຍໃຫ້ແກ່ຫວຽດນາມ ໃນບາງຂົງເຂດ, ຄື: ດຶງດູດ FDI, ຜັນຂະຫຍາຍຮູບແບບຄູ່ຮ່ວມມືພາກລັດ-ພາກເອກະຊົນ (PPP)... ໃນໄລຍະຜ່ານມາ. ທ່ານ ຟ້າມບິ່ງມິນ ຢັ້ງຢືນຄວາມປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນການດຶງດູດກະແສເງິນລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ, ມຸ່ງໄປເຖິງບັນດາໂຄງການ FDI ທີ່ນໍາໃຊ້ເຕັກໂນໂລຢີສູງ, ສ້າງຕັ້ງບັນດາສູນປ່ຽນແປງໃໝ່ປະດິດສ້າງ, ຄົ້ນຄວ້າ ແລະພັດທະນາ (R&D) ແລະມີການເຊື່ອມຕໍ່ກັບລະບົບວິສາຫະກິດພາຍໃນປະເທດຜ່ານການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາອຸດສາຫະກໍາສໍາຮອງ.

ໂດຍ: ໄຊຊະນະ