ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ໄດ້ກ່າວຄໍາຂອບໃຈຕໍ່ການສະໜັບສະໜູນຂອງອົງການ ADB, UNICEF, FAO ແລະ UNDP ທີ່ສະຫງວຽນໃຫ້ຫວຽດນາມ ເພື່ອແກ້ໄຂຜົນເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະຊັບສິນຂອງປະຊາຊົນຍ້ອນຜົນສະທ້ອນຈາກພາຍຸທີ່ຜ່ານມາ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸ້ງ ຕ້ອນຮັບຜູ້ຕາງໜ້າບາງອົງການຂອງ ສປຊ ແລະອົງການຈັດຕັ້ງສາກົນ. ພາບ: ເຍິດບັກ.

ທ່ານ ຈິ້ງດິ່ງຢຸ້ງ ຢັ້ງຢືນວ່າ, ລັດຖະບານຫວຽດນາມ ຈະສຸມໃສ່, ຊີ້ນໍາຢ່າງຂ້ຽວຂາດເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ; ພ້ອມທັງສືບຕໍ່ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ບຸກຄົນ, ອົງການຈັດຕັ້ງມະຫາຊົນມີສ່ວນຮ່ວມ, ພິເສດແມ່ນການສະໜັບສະໜູນຂອງບັນດາອົງການຈັດຕັ້ງສາກົນ.

ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ຢັ້ງຢືນວ່າຈະຮ່ວມເດີນທາງພ້ອມກັບລັດຖະບານຫວຽດນາມ ໃນການຮຽກຮ້ອງການໜູນຊ່ວຍຂອງບັນດາອົງການຈັດຕັ້ງສາກົນ ຮ່ວມແຮງຮ່ວມໃຈແກ້ໄຂຜົນເສຍຫາຍ ໂດຍໄພທໍາມະຊາດ ກໍ່ຂຶ້ນ.

ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າອົງການຢູນີເຊັບ ປະຈໍາຫວຽດນາມ, ໃຫ້ຮູ້ວ່າ, ອົງການຢູນີເຊັບ ໄດ້ລະດົມເງິນປະມານ 160.000 ໂດລາສະຫະລັດ ເພື່ອໜູນຊ່ວຍຮີບດ່ວນກ່ຽວກັບນໍ້າ, ສຸຂະອະນາໄມສ່ວນຕົວ, ສຸຂະອະນາໄມສິ່ງແວດລ້ອມ, ສາທາລະນະສຸກ, ໂພຊະນາການ ແລະການສຶກສາ.  ຜູ້ຕາງໜ້າອົງການຢູນີເຊັບ ກໍ່ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ໜູນຊ່ວຍປະຊາຊົນຫວຽດນາມ ໃນບັນດາຂົງເຂດ ຄື ນໍ້າປະປາ, ສຸຂະອະນາໄມ, ໂພຊະນາການ, ສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ...

ໂດຍ: ໄຊຊະນະ