ທີ່ການເຈລະຈາໃນວັນທີ 16 ຕຸລາ, ທ່ານ ຟ້າມບິ່ງມິນ ໄດ້ເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຂອງທ່ານ Szijjártó Péter ແມ່ນກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຮຸງກາຣີ ຄົບຮອບ 70 ປີ (1950-2020) ຢ່າງສົມກຽດ; ສະແດງຄວາມເຊື່ອໝັ້ນວ່າການຢ້ຽມຢາມຈະສ້າງພະລັງແຮງໃໝ່, ປະກອບສ່ວນ ຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Szijjártó Péter ລັດຖະມົນຕີການຕ່າງປະເທດ ແລະເສດຖະກິດພົວພັນຕ່າງປະເທດ ຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Szijjártó Péter ຢັ້ງຢືນວ່າ, ຮຸງກາຣີ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຕີລາຄາສູງບົດບາດ ແລະຖານະທີ່ຕັ້ງທີ່ນັບມື້ນັບສໍາຄັນຂອງຫວຽດນາມ ຢູ່ພາກພື້ນ.

ທ່ານ ຟ້າມບິ່ງມິນ ຕີລາຄາສູງເລື່ອງ ຮຸງກາຣີ ຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນນະໂຍບາຍໜູນຊ່ວຍພັດທະນາສາກົນ (ODA) ຂອງຕົນ. ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການປ່ອຍເງິນບັນດາໂຄງການທີ່ໄດ້ອະນຸມັດຜ່ານໃຫ້ນໍາໃຊ້ທຶນກູ້ຢືມພິເສດຂອງຮຸງກາຣີ ໃນຂອບເຂດສັນຍາຮ່ວມມືການເງິນທີ່ມີມູນຄ່າ 440 ລ້ານເອີໂຣ ເຊິ່ງໄດ້ລົງນາມໃນປີ 2017 ລະຫວ່າງລັດຖະບານສອງປະເທດ.

ສອງຝ່າຍແລກປ່ຽນກ່ຽວກັບວິທີການຊຸກຍູ້ການຮ່ວມມືໃນບັນດາຂົງເຂດສໍາຄັນຄືການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງ, ການແພດ, ກະສິກໍາ, ວັດທະນະທໍາ-ທ່ອງທ່ຽວ, ຊັບພະຍາກອນ-ສິ່ງແວດລ້ອມ, ແຮງງານ... ກໍຄືການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ໃນນັ້ນມີການບໍາລຸງສ້າງພະນັກງານ, ແລກປ່ຽນທຶນການສຶກສາຕາມທິດຕອບສະໜອງ ຄວາມຕ້ອງການໃນປັດຈຸບັນຂອງສອງຝ່າຍໃຫ້ນັບມື້ນັບມີປະສິດທິຜົນ, ປະກອບສ່ວນຮັດແໜ້ນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຮຸງກາຣີ. ສອງຝ່າຍກໍແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.

ໂດຍ: ໄຊຊະນະ