ທ່ານນາງ Alison Mann ຖືວ່າບຸລິມະສິດຂອງຫວຽດນາມ ໃນການຊຸກຍູ້ “ອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື” ແມ່ນສອດຄ່ອງກັບສະພາບຕົວຈິງເມື່ອພະຍາດໂຄວິດ-19 ໄດ້ກໍ່ສິ່ງທ້າທາຍຫຼາຍຢ່າງ. ພ້ອມທັງໃຫ້ຮູ້ວ່າ ນິວຊີແລນ-ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເຈລະຈາກ່ອນໝູ່ຂອງອາຊຽນ-ປາດຖະໜາຢາກສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບອາຊຽນ ແນໃສ່ຊຸກຍູ້ການຟື້ນຟູຫຼັງພະຍາດໂຄວິດ-19 ແລະສະໜັບສະໜູນສັນຕິພາບ, ຄວາມວັດທະນາຖາວອນ ແລະສະຖຽນລະພາບຍາວນານໃນພາກພື້ນ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານນາງ Alison Mann ແລ້ວ, ສິ່ງທ້າທາຍຕົ້ນຕໍ່ເຊິ່ງນິວຊີແລນ ແລະອາຊຽນ ພວມຕ້ອງປະເຊີນໜ້າແມ່ນຜ່ານຜ່າວິກິດການພະຍາດໂຄວິດ-19, ສ້າງພາກພື້ນໃຫ້ມີຄວາມສາມາດຟື້ນຟູດີກວ່າ ແລະຮັບມືກັບບັນດາຜົນກະທົບໃນອະນາຄົດ. ພ້ອມທັງໃຫ້ຮູ້ຄໍາໝັ້ນສັນຍາຂອງນິວຊີແລນ ສໍາລັບອາຊຽນຍາມໃດກໍ່ໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບອະທິປະໄຕ ແລະເອກະລາດຂອງບັນດາປະເທດອາຊຽນ ແລະປາດຖະໜາຢາກເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງກວ່າອີກ.

ໂດຍ: ຄໍາແພງ