ທີ່ການຕ້ອນຮັບ, ທ່ານາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ມີແຜນນະໂຍບາຍປະຕິບັດເປົ້າໝາຍຄວບຄູ່, ນັ້ນແມ່ນປ້ອງກັນ ແລະຕ້ານພະຍາດໂຄວິດ-19 ພ້ອມທັງຍູ້ແຮງການຜະລິດ, ດໍາເນີນທຸລະກິດ. ຫວຽດນາມ ສະໜັບສະໜູນທັດສະນະຂອງ ADB ກ່ຽວກັບການຕີລາຄາລະດັບເຕີບໂຕຄາດຄະເນຂອງຫວຽດນາມ ໃນປີນີ້.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Andrew Jeffries ຜູ້ອໍານວຍການແຫ່ງຊາດ ADB ປະຈໍາຫວຽດນາມ. ພາບ: ເຈິ່ນຫາຍ.

ກ່ຽວກັບທິດທາງຮ່ວມມື ຫວຽດນາມ - ADB, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ປາດຖະໜາຢາກໃຫ້ ADB ໜູນຊ່ວຍກໍ່ສ້າງຍຸດທະສາດ ແລະແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025 ແລະສົມທົບກັນຢ່າງແໜ້ນແຟ້ນໃນວິວັດການກໍ່ສ້າງ, ຜັນຂະຫຍາຍຍຸດທະສາດຄູ່ຮ່ວມມືແຫ່ງຊາດ ໃຫ້ແກ່ໄລຍະໃໝ່ (2021-2025). ສອງຝ່າຍກໍຕ້ອງຍູ້ໄວ ຄວາມຄືບໜ້າໃນການປ່ອຍເງິນບັນດາໂຄງການທີ່ໄດ້ເຈລະຈາ, ລົງນາມໃນສາລະບານ 2020-2021 ເພື່ອແນໃສ່ຊຸກຍູ້ການເຕີບໂຕ.

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ ADB ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອກະກຽມບັນດາໂຄງການທີ່ມີຄຸນນະພາບ, ມີປະສິດທິຜົນ ແລະຈໍາເປັນໃຫ້ເປັນຢ່າງດີ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການແຫຼ່ງກໍາລັງລົງທຶນພັດທະນາຂອງຫວຽດນາມ.

ສ່ວນທ່ານ Andrew Jeffiries ໄດ້ຕີລາຄາສູງລັດຖະບານຫວຽດນາມ ທີ່ໄດ້ຮ່ວມມືຢ່າງມີປະສິດທິຜົນກັບ ADB ໃນຕະຫຼອດໄລຍະຜ່ານມາ. ບົນພື້ນຖານລັດຖະບານຫວຽດນາມ ກໍາລັງກໍ່ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ 2021-2025 ແລະໃນ 10 ປີຕໍ່ໜ້າ, ADB ກໍກໍາລັງກໍ່ສ້າງຍຸດທະສາດຄູ່ຮ່ວມມືແຫ່ງຊາດ ໄລຍະ 5-10 ປີຕໍ່ໜ້າ, ທ່ານ Andrew Jeffiries ຫວັງວ່າສອງຍຸດທະສາດສາມາດຮ່ວມມືເພື່ອຊຸກຍູ້ຫວຽດນາມ ພັດທະນາກວ່າອີກ. ADB ກໍາລັງສຸມໃສ່ໜູນຊ່ວຍກຸ່ມວິສາຫະກິດພາກເອກະຊົນ, ສ້າງສະພາບແວດລ້ອມສະດວກເພື່ອດຶງດູດການລົງທຶນພາກເອກະຊົນຫຼາຍກວ່າອີກໃຫ້ແກ່ວິວັດການພັດທະນາ.

ໂດຍ: ກວຽດເຕິມ