ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຖືວ່າ ການພົວພັນຫວຽດນາມ-ແບນຊິກ, ຫວຽດນາມ-ໂຮນລັງ ໄດ້ ແລະກໍາລັງພັດທະນາຢ່າງຕັ້ງໜ້າທຸກດ້ານ. ສອງປະເທດແມ່ນບັນດາຄູ່ຮ່ວມມືການຄ້າທີ່ສໍາຄັນຂອງຫວຽດນາມ, ມີຫຼາຍວິສາຫະກິດຂອງແບນຊິກ ແລະໂຮນລັງ ໄດ້ລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ພ້ອມກັບບັນດາເອກອັັກຄະລັດຖະທູດ ແລະນັກລົງທຶນທີ່ມາຈາກອີຢູ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Elsbeth Akkerman ຢັ້ງຢືນວ່າ ລັດຖະບານໂຮນລັງ ສະໜັບສະໜູນໂຄງການສູນ Logistics ກ໊າຍແມບຫ້າ, ເຊິ່ງສະແດງອອກຜ່ານເລື່ອງທະນາຄານພັດທະນາໂຮນລັງ ໃຫ້ຄໍາໝັ້ນສັນຍາຈະປະກອບທຶນ 10% ເຂົ້າໂຄງການດັ່ງກ່າວ. ທ່ານ Paul Jansen ອວຍພອນຫວຽດນາມ ຄວບຄຸມພະຍາດໂຄວິດ-19 ໄດ້ ແລະໃຫ້ຮູ້ວ່າ ຝ່າຍແບນຊິກ ສະໜັບສະໜູນໂຄງການ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນລະຫວ່າງອີຢູ ເວົ້າລວມ, ແບນຊິກ ແລະໂຮນລັງເວົ້າສະເພາະກັບຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຫວຽດນາມ. ກຸ່ມບໍລິສັດລົງທຶນສາກົນແບນຊິກ ກໍ່ຈະປະກອບທຶນໃຫ້ໂຄງການດ່ັງກ່າວ.

ບັນດານັກລົງທຶນປາດຖະໜາວ່າໂຄງການໄດ້ຮັບການອະນຸມັດຜ່ານໂດຍໄວ, ພ້ອມທັງຢັ້ງຢືນຄໍາໝັ້ນສັນຍາວ່າຖ້າໄດ້ຮັບການຄັດເລືອກ, ຈະຜັນຂະຫຍາຍໂຄງການໃຫ້ຖືກຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ນຳໃຊ້ບັນດາມາດຕະການ “ຂົນສົ່ງສີຂຽວ” ເພື່ອພັດທະນາແບບຍືນຍົງ. ໃນສະພາບຫວຽດນາມ ແລະອີຢູ ກໍາລັງຊຸກຍູ້ການພົວພັນແລກປ່ຽນການຄ້າເມື່ອ EVFTA ມີຜົນສັກສິດ ແລະຊຸກຍູ້ຟື້ນຟູເສດຖະກິດພາຍຫຼັງເຊື້ອພະຍາດ, ທັງສອງຝ່າຍລ້ວນແຕ່ຈໍາເປັນບັນດາໂຄງການຄືຈັ່ງຊັ້ນ.

ທີ່ການຕ້ອນຮັບ, ການນໍາແຂວງບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ, ແຂວງໄດ້ອະນຸມັດຜ່ານແຜນກໍານົດ 1/2000, ກໍານົດທີ່ຕັ້ງຂອງໂຄງການ ແລະກຽມພ້ອມວຽກງານບຸກເບີກໜ້າພຽງເພື່ອມີທີ່ດິນໃຫ້ນັກລົງທຶນ.

ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນ, ວິສາຫະກິດໃຫຍ່ຕ່າງປະເທດທີ່ມີຄວາມສາມາດບົ່ມຊ້ອນ, ມີລະດັບເຕັກໂນໂລຢີສູງດໍາເນີນທຸລະກິດ ແລະລົງທຶນຢູ່ຫວຽດນາມ; ຊົມເຊີຍຄວາມຕັດສິນໃຈຂອງບັນດານັກລົງທຶນທີ່ໄດ້ລົງທຶນເຂົ້າ ກ໊າຍແນບຫ້າ ດ້ວຍຈິດໃຈ “ຈະລາຈອນສີຂຽວ”, ພັດທະນາ logistics ເພື່ອສົ່ງອອກສິນຄ້າຫວຽດນາມ ໄປຍັງອີຢູ ແລະທ່ົວໂລກ.

ໂດຍ: ເກື່ອງດັ້ງ