ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມຄຽງຂ້າງສປຊ, ອົງການການຄ້າໂລກ ແລະບັນດາອົງການຈັດຕັ້ງສາກົນອື່ນໆຢູ່ Geneva ໄດ້ຢັ້ງຢືນຄືນວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາປົກປ້ອງ ແລະຊຸກຍູ້ສິດທິມະນຸດໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ສະໜັບສະໜູນການຮ່ວມມືສາກົນ ແລະວິທີສໍາຜັດຫຼາຍຝ່າຍເພື່ອແນໃສ່ຮັບມືກັບພະຍາດ ແລະຟື້ນຟູພາຍຫຼັງພະຍາດຢ່າງມີປະສິດທິຜົນ.

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ. ພາບ: www.mofahcm.gov.vn.

ໃນວັນດຽວກັນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມທາງໄກພາຍໃຕ້ຫົວຂໍ້ປະຕິຮູບການເຄື່ອນໄຫວຮັກສາສັນຕິພາບ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາການປະກອບສ່ວນຂອງກໍາລັງຮັກສາສັນຕິພາບ ແລະບັນດາຄວາມມານະພະຍາຍາມປະຕິຮູບການເຄື່ອນໄຫວຮັກສາສັນຕິພາບໃນວິວັດການພັດທະນາ, ໃນນັ້ນມີຂໍ້ລິເລີ່ມການກະທໍາເພື່ອສັນຕິພາບ. ທ່ານ ດັ້ງດິ່ງກຸ໊ຍ ສະເໜີໃຫ້ປະຊາຄົມສາກົນຮັບປະກັນແຫຼ່ງກຳລັງໃຫ້ບັນດາການເຄື່ອນໄຫວຮັກສາສັນຕິພາບ. ຄຽງຂ້າງນັ້ນ, ທ່ານ ດັ້ງດິ່ງກຸ໊ຍ ກໍ່ໄດ້ຢໍ້າຄືນການປະກອບສ່ວນຂອງກໍາລັງຮັກສາສັນຕິພາບຈາກບັນດາປະເທດອາຊຽນ ແລະພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ສປຊ ໃນຂົງເຂດດັ່ງກ່າວກວ່າອີກ.

ໂດຍ: ຈາງຫງວຽນ