ໃນສານທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສົ່ງເຖິງທ່ານ Donald Trump ປະທານາທິບໍດີອາເມລິກາ ມີຕອນຂຽນວ່າ: “ໃນໄລຍະ 25 ປີຜ່ານມາ, ການພົວພັນສອງຝ່າຍລະຫວ່າງຫວຽດນາມ-ອາເມລິກາ ໄດ້ຜ່ານຜ່າຄວາມຫ່າງໄກກ່ຽວກັບພູມີປະເທດ ແລະຄວາມແຕກຕ່າງກັນເພື່ອພັດທະນາຢ່າງຕັ້ງໜ້າ ແລະມີສະຖຽນລະພາບ, ນໍາອາເມລິກາກາຍເປັນຄູ່ຮ່ວມມືແຖວໜ້າຂອງຫວຽດນາມໃນຫຼາຍຂົງເຂດ. ໃນຊຸມປີມໍ່ໆມານີ້, ສອງປະເທດໄດ້ຕັ້ງໜ້າສົມທົບກັນຢ່າງມີປະສິດທິຜົນ, ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ, ພິເສດແມ່ນໃນການພົວພັນການຄ້າ, ການເງິນ, ປັບປຸງ ແລະເປີດກວ້າງການພົວພັນຄູ່ຮ່ວມມືຮອບດ້ານເທື່ອລະກ້າວບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ, ກົດໝາຍສາກົນ, ລະບອບການເມືອງ, ເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ. ຫວຽດນາມ ເຊື່ອໝັ້ນວ່າດ້ວຍເນື້ອໃນຈິດໃຈປະອະດີດຕະການໄວ້, ຜ່ານຜ່າຄວາມແຕກຕ່າງກັນ, ເສີມຂະຫຍາຍຈຸດທີ່ຄ້າຍຄືກັນ, ມຸ່ງໄປເຖິງອະນາຄົດ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ອາເມລິກາ ຈະນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຍືນຍົງ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະປະກອບສ່ວນເຂົ້າໃນຄວາມໝັ້ນຄົງ, ສັນຕິພາບ ແລະວັດທະນາຖາວອນຂອງພາກພື້ນ ແລະໃນໂລກ”.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Donald Trump ປະທານາທິບໍດີອາເມລິກາ, ໃນວັນທີ 27 ກຸມພາ 2019. ພາບ: baochinhphu.vn.

ສ່ວນສານຂອງທ່ານ Donald Trump ປະທານາທິບໍດີອາເມລິກາ ມີຕອນຂຽນວ່າ: “ການພັດທະນາຂອງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດແມ່ນຄວາມສຳເລັດທີ່ມະຫັດສະຈັນພິເສດ. ການຮ່ວມມືໃນປະຈຸບັນໄດ້ສ້າງພື້ນຖານໃຫ້ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເອື້ອອຳນວຍໃຫ້ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໄດ້ພິສູດໃຫ້ເຫັນໃນການພົວພັນດ້ານການຄ້ານັບມື້ນັບເພີ່ມຂຶ້ນ, ການເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ, ການຮ່ວມມືຍຸດທະສາດ, ພ້ອມກັນແກ້ໄຂບັນດາບັນຫາມະນຸດສະທໍາ ແລະຜົນຮ້າຍຢ້ອນຫຼັງຈາກສົງຄາມ... ອາເມລິກາ ຮັກສາຄໍາໝັ້ນສັນຍາເພີ່ມທະວີ ແລະເປີດກວ້າງການພົວພັນລະຫວ່າງສອງປະເທດກວ່າອີກບົນພື້ນຖານວິໄສທັດແບ່ງປັນກ່ຽວກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແຫ່ງສັນຕິພາບ ແລະວັດທະນາຖາວອນ ກໍ່ຄືເຄົາລົບອະທິປະໄຕຂອງກັນ ແລະລະບຽບກົດໝາຍ”.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກໍ່ໄດ້ແລກປ່ຽນສານອວຍພອນກັບທ່ານ Donald Trump ປະທານາທິບໍດີອາເມລິກາ; ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ແລກປ່ຽນສານອວຍພອນກັບທ່ານ Michael Pence ປະທານສະພາສູງ ແລະທ່ານນາງ Nancy Pelosi ປະທານສະພາຕໍ່າ. ກໍ່ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ Michael Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ເຊັ່ນດຽວກັນ.

ໂດຍ: ເຈິ່ນຮວ່ຽນ