ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມເຫັນອົກເຫັນໃຈ, ແບ່ງປັນຢ່າງເລິກເຊິ່ງເຖິງລັດຖະບານ ແລະປະຊາຊົນບັນດາປະເທດທີ່ຖືກເສຍຫາຍຢ່າງໜັກໜ່ວງຍ້ອນພະຍາດ ໂຄວິດ-19 ກໍ່ຂຶ້ນ; ສະແດງຄວາມຂອບອົກຂອບໃຈ ແລະຄວາມຮູ້ບຸນຄຸນມາຍັງແພດໝໍທຸກຄົນ, ບັນດາຄົນຢູ່ແນວໜ້າໃນການປ້ອງກັນ, ຕ້ານພະຍາດເພື່ອສຸຂະພາບ ແລະຄວາມປອດໄພຂອງປະຊາຊົນທຸກຄົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີກ່າວຄໍາເຫັນທີ່ກອງປະຊຸມສະມັດຊາໃຫຍ່ອົງການອະນາໄມໂລກ. ພາບ: ກວາງຮ໋ຽວ.

ທ່ານນາຍົກລັດຖະມົນຕີ ແບ່ງປັນວ່າລັດຖະບານຫວຽດນາມ ຮັບຮູ້ໄດ້ຄວາມອັນຕະລາຍຂອງພະຍາດໂຄວິດ-19 ໂດຍໄວ, ດ້ວຍທິດນໍາ “ຕ້ານພະຍາດຄືຕ້ານສັດຕູ”, ປຸກລະດົມການເຂົ້າຮ່ວມຂອງອຳນາດການປົກຄອງທຸກຂັ້ນ, ລະບົບສາທາລະນະສຸກແຫ່ງຊາດ, ບັນດານັກວິທະຍາສາດ, ການຊ່ວຍເຫຼືອຂອງກໍາລັງກອງທັບ... ພ້ອມກັນປະຕິບັດການກັກບໍລິເວນ, ປະສານສົມທົບກັນລະຫວ່າງການຄວບຄຸມການແຜ່ລະບາດ, ຊອກຫາຜູ້ສໍາຜັດກັບຜູ້ຕິດພະຍາດ, ກວດຫາເຊື້ອພະຍາດ ແລະປິ່ນປົວຢ່າງເດັດຂາດ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໂດຍແມ່ນປະທານອາຊຽນ 2020, ຫວຽດນາມ ໄດ້ເປັນເຈົ້າການ ແລະເຂົ້າຮ່ວມການປຶກສາຫາລື, ມານະພະຍາຍາມຊອກຫາທັດສະນະລວມ, ມີບັນດາຂໍ້ລິເລີ່ມຊຸກຍູ້ການກະທຳລວມໃນການປ້ອງກັນ, ຕ້ານພະຍາດ, ໜູນຊ່ວຍປະຊາຊົນ, ຟື້ນຟູເສດຖະກິດໄລຍະຫຼັງໂຄວິດ-19.

ທ່ານ ຫງວຽນຊວນຟຸກ ໄດ້ສະແດງຄວາມເຊື່ອໝັ້ນຢ່າງເລິກເຊິ່ງວ່າຕໍ່ໜ້າສິ່ງທ້າທາຍທີ່ຮ້າຍແຮງທີ່ສຸດນັບແຕ່ເມື່ອສ້າງຕັ້ງສະຫະປະຊາຊາດ ແລະ WHO, ປະຊາຄົມສາກົນຈະສືບຕໍ່ເສີມຂະຫຍາຍເຈດຈໍານົງ ແລະກໍາລັງແຮງຂອງແຕ່ລະປະເທດ, ກໍ່ຄືນໍ້າໃຈສາມັກຄີ, ການຮ່ວມມືສາກົນຢ່າງແຮງ ເພື່ອພ້ອມກັນຜ່ານຜ່າ, ກໍ່ສ້າງອະນາຄົດທີ່ດີງາມກວ່າໃຫ້ແຕ່ລະປະເທດ ແລະປະຊາຊົນທຸກຄົນ.

ໂດຍ: ເກື່ອງດັ້ງ