ໜັງສືພິມ Ciudad Caracas  ຂອງເວເນຊູເອລາ ໄດ້ລົງຂ່າວຫວນຄືນບັນດາຈຸດໃຫຍ່ໃນຊີວິດ ແລະພາລະກິດຂອງປະທານໂຮ່ຈີມິນ, ໃນນັ້ນໄດ້ເນັ້ນໜັກເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງລຸງໂຮ່ຕໍ່ກັບພາລະກິດການປະຕິວັດປົດປ່ອຍຊາດຂອງຫວຽດນາມ. ຕາມບົດຂ່າວທີ່ວ່າ ປະທານໂຮ່ຈີມິນ ໄດ້ກຳເນີດເກີດມາ ແລະເຕີບໃຫຍ່ໃນໄລຍະປະຫວັດສາດຫວຽດນາມ ທີ່ມີການຜັນແປ. ດ້ວຍຄວາມມຸ່ງຫວັງຢາກຍາດເອົາເອກະລາດມາໃຫ້ປະເທດຕົນ ແລະອິດສະຫຼະພາບມາໃຫ້ປະຊາຊົນ, ເພິ່ນໄດ້ເດີນທາງໄປທົ່ວຫ້າທະວີບໃນໂລກ, ທັງອອກແຮງງານ, ຮໍ່າຮຽນ, ທັງສັງເກດ, ຄົ້ນຄວ້າທິດສະດີ ແລະບົດຮຽນຈາກບັນດາການປະຕິວັດທີ່ພົ້ນເດັ່ນໃນໂລກ, ເພື່ອຈາກນັ້ນສ້າງພື້ນຖານໃນການສ້າງຕັ້ງພັກກອມມູນິດຫວຽດນາມ. ຫຼັງຈາກກໍານົດໄດ້ທິດທາງການປະຕິວັດບົນພື້ນຖານພຶດຕິກໍາຕົວຈິງຂອງປະເທດ, ປະທານໂຮ່ຈີມິນ ໄດ້ຊີ້ນໍາ, ນໍາພາຂະບວນການປະຕິວັດ, ສ້າງໄຊຊະນະຄັ້ງປະຫວັດສາດຂອງການປະຕິວັດເດືອນສິງຫາ 1945, ສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ເປີດອອກສັງກາດໃໝ່ແຫ່ງເສລີພາບ ແລະເອກະລາດໃຫ້ແກ່ຊາດຫວຽດນາມ.

leftcenterrightdel
ປະທານໂຮ່ຈີມິນ. ພາບ: ສາລະຄະດີ.

ເມື່ອຍົກໃຫ້ເຫັນແບບຢ່າງທີ່ພົ້ນເດັ່ນກ່ຽວກັບຄຸນສົມບັດການປະຕິວັດຂອງປະທານໂຮ່ຈີມິນ, ບົດຂ່າວໄດ້ເນັ້ນໜັກວ່າ ເພິ່ນແມ່ນສັນຍາລັກຂອງແບບແຜນການດໍາລົງຊີວິດທີ່ລຽບງ່າຍ ແລະເພື່ອຜົນປະໂຫຍດຂອງຊາດ, ພ້ອມທັງຢັ້ງຢືນແນວຄິດຂອງເພິ່ນກາຍເປັນພື້ນຖານແນວຄິດຂອງພັກກອມມູນິດຫວຽດນາມ, ເຍືອງທາງໃຫ້ແກ່ພາລະກິດການປະຕິວັດຂອງຊາດ.

ບໍ່ພຽງແຕ່ເທົ່ານັ້ນ, ພາລະກິດປົດປ່ອຍຊາດໂດຍປະທານໂຮ່ຈີມິນ ຊີ້ນໍາ, ນໍາພາໄດ້ນຳມາເຊິ່ງທີ່ຕັ້ງທີ່ສົມກັບພື້ນຖານວັດທະນະທໍາຂອງຊາດຫວຽດນາມ. ລຸງໂຮ່ ໄດ້ຮັບເອົາ, ຄັດເລືອກມູນເຊື້ອວັດທະນະທໍາຊົນຊາດ ແລະສິ່ງຍອດຢ້ຽມທາງດ້ານວັດທະນະທໍາມະນຸດ, ຍາມໃດກໍ່ຮັບຮູ້ຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ ແລະຄວາມໝາຍພິເສດສໍາຄັນຂອງວັດທະນະທໍາ. ຍ້ອນເຫດນັ້ນ, ປີ 1987 ເພິ່ນໄດ້ຮັບການເຊີດຊູຈາກອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງສະຫະປະຊາຊາດ (UNESCO) ວ່າແມ່ນວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາທີ່ດີເດັ່ນ, ຍອດຢ້ຽມຂອງຫວຽດນາມ.

ບົດຂ່າວໄດ້ສະຫຼຸບວ່າປະທານໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມກໍ່ສ້າງຈິດໃຈສາມັກຄີກ່ຽວກັບລັດທິສາກົນກໍາມະຊີບຢ່າງແທ້ຈິງ, ຊອກຫາບັນດາມາດຕະການຕໍ່ສູ້ປົດປ່ອຍມວນມະນຸດ. ຊີວິດຂອງປະທານໂຮ່ຈີມິນ ແມ່ນສັນຍາລັກອັນສູງສົ່ງຂອງຈິດໃຈແຫ່ງການປະຕິວັດ, ເອກະລາດ, ຮັກຊາດ, ມີຄວາມຮັກຕໍ່ປະຊາຊົນ, ຍຸດຕິທໍາ.

ໜັງສືພິມ Egyptian Gazette, ຂອງເອຢີບ ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ “ປະທານໂຮ່ຈີມິນ ແລະຮູບພາບຂອງເພິ່ນຢູ່ປະເທດປີຣາມິດ”. ໃນບົດຂຽນ, ນັກຂ່າວ Hany Abdel Fattah ໄດ້ສະແດງນໍ້າໃຈອັນດີງາມ ແລະຄວາມນິຍົມເຄົາລົບນັບຖືຕໍ່ກັບປະທານໂຮ່ຈີມິນ. ບົດຂຽນໄດ້ຍົກໃຫ້ເຫັນຮູບພາບຂອງປະທານໂຮ່ຈີມິນຢູ່ປະເທດປີຣາມິດ ຜ່ານການຢ້ຽມຢາມຄັ້ງຕ່າງໆຂອງເພິ່ນຢູ່ເອຢີບ ໃນປີ 1911 ແລະ 1946; ການພົວພັນທີ່ສະໜິດຕິດແໜ້ນລະຫວ່າງປະທານໂຮ່ຈີມິນ ແລະທ່ານ Gamal Abdel Nasser ປະທານາທິບໍດີເອຢີບ ຕອນຍັງມີຊີວິດຢູ່. ຕາມນັກຂ່າວ Hany Abdel Fattah ແລ້ວ, ປະທານໂຮ່ຈີມິນ ແມ່ນວິລະຊົນດີເດັ່ນຍອດຢ້ຽມຂອງປະເທດຫວຽດນາມ, ແມ່ນນັກປະຕິວັດ, ຜູ້ສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດເອຢີບ-ຫວຽດນາມ. ປະທານໂຮ່ຈີມິນ ແມ່ນໜຶ່ງໃນຈຳນວນບຸລຸດປະຫວັດສາດຂອງສະຕະວັດທີ 20.

ປະເທດຫວຽດນາມ ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ໄດ້ຍາດເອົາບັນດາໄຊຊະນະທີ່ຍິ່ງໃຫຍ່. ປະທານໂຮ່ຈີມິນ ກໍ່ແມ່ນແບບຢ່າງທີ່ສະຫວ່າງສະໄຫວຂອງນັກຮົບກອມມູນິດອຸທິດຕະຫຼອດຊີວິດເພື່ອປະເທດຊາດ, ເພື່ອປະຊາຊົນ, ນັກປະຕິວັດຕໍ່ສູ້ເພືື່ອເອກະລາດ, ເສລີພາບອິດສະຫຼະພາບຂອງຊາດ.

ບົດຂ່າວໄດ້ຢັ້ງຢືນວ່າ ສໍາລັບໂລກ, ປະທານໂຮ່ຈີມິນ ໄດ້ສ້າງຂຶ້ນປະຫວັດສາດທັນສະໄໝ, ແມ່ນນັກຮົບສາກົນທີ່ດີເດັ່ນ, ເປັນແບບຢ່າງ, ແມ່ນໜຶ່ງໃນບັນດາບຸລຸດທີ່ເປັນໜ້າເຄົາລົບນັບຖືທີ່ສຸດຂອງຍຸກສະໄໝພວກເຮົາ. ການຊີ້ນໍາຂອງເພິ່ນໃນການຕໍ່ສູ້ຍາດເອົາເອກະລາດຢູ່ຫວຽດນາມ ແມ່ນມີຜົນສະທ້ອນຢ່າງແຮງຕໍ່ກັບຂະບວນການປະຕິວັດໃນໂລກ, ໂດຍສະເພາະແມ່ນຢູ່ບັນດາປະເທດຫົວເມືອງຂຶ້ນຢູ່ອາຟຣີກາ ແລະອາເມລິກາລາຕິນ. ປະຊາຊົນບັນດາປະເທດອາຟຣີກາ ກໍ່ຄືບັນດາປະເທດຮັກຫອມສັນຕິພາບໄດ້ສະຫງວນໃຫ້ປະທານໂຮ່ຈີມິນ ຄວາມເຄົາລົບນັບຖືອັນໃຫຍ່ຫຼວງທີ່ສຸດ.

ໂດຍ: ເກື່ອງດັ້ງ