ຕາມລາຍການເຮັດວຽກ, ທີ່ວາລະປະຊຸມ,  ຄະນະປະຈໍາສະພາແຫ່ງຊາດ ໃຫ້ຄໍາເຫັນກ່ຽວກັບບັນດາບັນຫາຍັງມີຄໍາຄິດເຫັນແຕກຕ່າງກັນຂອງຮ່າງກົດໝາຍ 6 ສະບັບ. ນອກຈາກນັ້ນ, ຄະນະປະຈໍາສະພາແຫ່ງຊາດ ກໍ່ໃຫ້ຄໍາເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນໄຂວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະປະຈໍາສະພາແຫ່ງຊາດ ກໍ່ໃຫ້ຄໍາເຫັນກ່ຽວກັບການດັດປັບອັດຕາສ່ວນງົບປະມານຮັບປະກັນໃຫ້ການເຄື່ອນໄຫວສໍາລັບກົມໃຫຍ່ພາສີອາກອນ  ແລະກົມໃຫຍ່ພາສີ ໄລຍະ 2016-2020; ເລື່ອງດັດປັບສົ່ງງົບປະມານສ່ວນໜຶ່ງເພື່ອຮັບປະກັນການເຄື່ອນໄຫວຂອງກົມໃຫຍ່ພາສີອາກອນ ໄປສູ່ກົມສະສົມແຫ່ງລັດ, ຄະນະກໍາມະການຫຼັກຊັບແຫ່ງລັດ ແລະສະຖາບັນການເງິນ; ກົນໄກຄຸ້ມຄອງການເງິນ ແລະລາຍຮັບຕິດພັນກັບລັກສະນະພິເສດສະເພາະຂອງບັນດາອົງການຄຸ້ມຄອງການບໍລິຫານຂອງລັດ; ຮ່າງດໍາລັດຂອງລັດຖະບານສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງດໍາລັດເລກທີ 165/2016/NĐ-CP ລົງວັນທີ 24 ທັນວາ 2016 ກໍານົດລະອຽດກ່ຽວກັບການຄຸ້ມຄອງ, ນໍາໃຊ້ງົບປະມານຂອງລັດສຳລັບການເຄື່ອນໄຫວຈໍານວນໜຶ່ງທີ່ຂຶ້ນກັບຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການດັດປັບແຜນລາຍຈ່າຍງົບປະມານຂອງລັດປີ 2020 ຂອງຫ້ອງວ່າການສູນກາງພັກ ແລະກະຊວງການຕ່າງປະເທດ.

ໂດຍ: ທູຈາງ