ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ສົ່ງອອກສິນຄ້າ, ຜະລິດຕະພັນກະເສດໄປຍັງຍີ່ປຸ່ນ ຫຼາຍປະເພດທີ່ສຸດ ແຕ່ສ່ວນໃຫຍ່ແມ່ນໄປຜ່ານຄົນກາງ, ບໍ່ຄືຊ່ອງທາງຈໍາໜ່າຍຂອງ AEON ໄດ້ຮັບການຈໍາໜ່າຍໂດຍກົງ. ຍ້ອນເຫດນັ້ນ, ທ່ານ ຫງວຽນຊວນຟຸກ ຈຶ່ງຢາກໃຫ້ຫວຽດນາມ ຍູ້ແຮງການຈໍາໜ່າຍສິນຄ້າໂດຍກົງຜ່ານກຸ່ມບໍລິສັດ AEON, ຜ່ານນັ້ນນໍາມາເຊິ່ງຜົນປະໂຫຍດໃຫ້ທັງ AEON ແລະວິສາຫະກິດຫວຽດນາມ.

ສ່ວນທ່ານ Iwamura Yasutsugu ຖືວ່າ ເລື່ອງ AEON ຕັດສິນໃຈເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ມີຄວາມໝາຍສໍາຄັນ ແລະແນ່ໃຈວ່າຈະສືບຕໍ່ເປີດກວ້າງກວ່າອີກໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ. ທ່ານ Iwamura Yasutsugu ກໍ່ນຳສະເໜີກ່ຽວກັບບັນດາໂຄງການລົງທຶນຂອງ AEON ຢູ່ຫວຽດນາມ; ປາດຖະໜາຢາກຊຸກຍູ້ ແລະຜັນຂະຫຍາຍບັນດາໂຄງການສູນການຄ້າຢູ່ຫວຽດນາມ, ເປັນຕົ້ນແມ່ນຮ່າໂນ້ຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Iwamura Yasutsugu ຜູ້ອຳນວຍການໃຫຍ່ Aeon Mall ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງເຈດຕະນາດີຂອງ AEON,   ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຫວຽດນາມ ຕັດສິນໃຈສືບຕໍ່ຜັນຂະຫຍາຍຢ່າງແຮງບັນດາມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຜ່ານນັ້ນສ້າງເງື່ອນໄຂດີກວ່າໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດຍີ່ປຸ່ນ ມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ກຸ່ມບໍລິສັດເປີດກວ້າງບັນດາຮູບແບບດັ່ງກ່າວຢູ່ບັນດາທ້ອງຖິ່ນຂອງຫວຽດນາມ ຕື່ມອີກ, ບໍ່ພຽງແຕ່ຢູ່ນະຄອນໃຫຍ່ເທົ່ານັ້ນ; ພ້ອມກັນນັ້ນໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມລະບົບສະໜອງສິນຄ້າໃຫ້ແກ່ກຸ່ມບໍລິສັດ AEON, ສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນຂອງຫວຽດນາມ ໄດ້ຈໍາໜ່າຍໃນລະບົບຈໍາໜ່າຍຂອງກຸ່ມບໍລິສັດຢູ່ຫວຽດນາມ, ຍີ່ປຸ່ນ ກໍ່ຄືບັນດາຕະຫຼາດອື່ນໆກວ່າອີກ.

ໂດຍ: ທະນາພອນ