ຕອນເຊົ້າວັນທີ 27 ກຸມພາ, ທີ່ທໍານຽບປະທານປະເທດ, ທ່ານ Chay Navuth ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກ ກໍາປູເຈຍ; ທ່ານ Ivo Sieber ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະວິດ; ທ່ານນາງ  Tatiana Josefina Pugh Moreno ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ເວເນຊູເອລາ;  ທ່ານ Georgios Stilianopoulos ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ເກຼັກ; ທ່ານ  Jean-Paul Senninger ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກ ລຸກຊໍາບວກ; ທ່ານ  Raul Alberto Florentin Antola ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປາຣາກວາຍ; ທ່ານ Mahmoud Daiffallah Al-Hamoud ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງລາຊະອານາຈັກ ຈໍແດນ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ຫງວຽນຝຸຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນື່ອງໃນໂອກາດໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາຫວຽດນາມ.

leftcenterrightdel
ທ່ານ ຫງວຽນຝຸຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Ivo Sieber ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະວິດ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ ຫງວຽນຝຸຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາທ່ານທູດ. ຕາງໜ້າລັດ ແລະປະຊາຊົນຫວຽດນາມ, ທ່ານ ຫງວຽນຝຸຈ້ອງ ຊົມເຊີຍ ແລະຍິນດີຕ້ອນຮັບບັນດາທູດແຫ່ງລາຊະອານາຈັກກໍາປູເຈຍ, ສະວິດ, ສາທາລະນະລັດ ເວນາຊູເອລາ, ສາທາລະນະລັກ ເກຼັກ, ລາຊະອານາຈັກ ລຸກຊໍາບວກ, ສາທາລະນະລັດ ປາຣາກວາຍ, ລາຊະອານາຈັກ ຈໍແດນ ປະຈໍາ ຫວຽດນາມ. ທ່ານ ຫງວຽນຝຸຈ້ອງ ຊີ້ແຈ້ງວ່າ: ນີ້ແມ່ນເຫດການທີ່ໜ້າຈົດຈໍາໃນການພົວພັນສອງຝ່າຍກໍຄືບັນດາທ່ານທູດເອງ. ປີ 2020, ຫວຽດນາມ ມີຫຼາຍເຫດການສໍາຄັນຍິ່ງ. ສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ການຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ... ບັນລຸໄດ້ບັນດາຜົນງານອັນດີງາມ.

leftcenterrightdel
ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຖ່າຍຮູບລວມກັບບັນດາທ່ານທູດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝຸຈ້ອງ ເຊື່ອໝັ້ນວ່າ, ໃນອາຍຸການນີ້, ດ້ວຍປະສົບການ, ລະດັບຄວາມຮູ້ຄວາມສາມາດ ແລະຄວາມເຂົ້າໃຈກ່ຽວກັບຫວຽດນາມ, ບັນດາທ່ານທູດຈະປະຕິບັດສໍາເລັດພາລະໜ້າທີ່ທີ່ໄດ້ຮັບການມອບໝາຍ, ສືບຕໍ່ເປັນຂົວຕໍ່, ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ, ພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດ ເຊິ່ງບັນດາທ່ານທູດ ເປັນຜູ້ຕາງໜ້າກວ່າອີກ. ທ່ານ ຫງວຽນຝຸຈ້ອງ ຢັ້ງຢືນວ່າ: ລັດຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາທ່ານທູດ ປະຕິບັດສໍາເລັດໜ້າທີ່ຂອງຕົນ; ພ້ອມທັງຫວັງວ່າການປະຕິບັດໜ້າທີ່ການທູດປະຈໍາຫວຽດນາມ ໃນຄັ້ງນີ້ຈະສ້າງຄວາມປະທັບໃຈອັນດີງາມໃຫ້ບັນດາທ່ານທູດ, ການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດ ເຊິ່ງບັນດາທ່ານທູດເປັນຜູ້ຕາງໜ້າ ຈະມີບັນດາບາດກ້າວພັດທະນາໃໝ່, ດີງາມກວ່າອີກ.

ໂດຍ: ໄຊຊະນະ