ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນ ແລະການສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງສອງປະເທດຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ. ທ່ານ ເຈິ່ນແທັງເໝິນ ປາດຖະໜາວ່າ ກາຊັກສະຖານ ຕັ້ງໜ້າສະໜັບສະໜູນການຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາ, ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ຜ່ານການເຈລະຈາທາງການທູດ, ເຄົາລົບກົດໝາຍສາກົນ. ທ່ານ ກໍ່ຖືວ່າສອງຝ່າຍຄວນມານະພະຍາຍາມກວ່າອີກໃນການຜັນຂະຫຍາຍບັນດາສັນຍາຮ່ວມມືທີ່ໄດ້ຮັບການລົງນາມ. ຜັນຂະຫຍາຍບັນດາມາດຕະການລະອຽດ ເພື່ອຮ່ວມມືໃນບັນດາຂົງເຂດດັ່ງກ່າວນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນສອງຝ່າຍ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບທ່ານ Yerlan Baizhanov ເອກອັກຄະລັດຖະທູດ ກາຊັກສະຖານ ປະຈໍາ ຫວຽດນາມ. ພາບ: matran.org.vn.

ສ່ວນທ່ານ Yerlan Baizhanov ປາດຖະໜາວ່າ ຫວຽດນາມ ຈະແມ່ນຂົວຕໍ່ເພື່ອຊຸກຍູ້ການພົວພັນລະຫວ່າງກາຊັກສະຖານ ກັບບັນດາປະເທດອາຊຽນ; ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງການພົວພັນຮ່ວມມືລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການເພີ່ມທະວີ, ພິເສດແມ່ນບຸລິມະສິດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ຍູ້ແຮງການຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ.

ໂດຍ: ທະນາພອນ