ກອງປະຊຸມໄດ້ຮັບການຈັດຕັ້ງເພື່ອແນໃສ່ໄຈ້ແຍກ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ສໍາລັບການເຊີດຊູປະທານໂຮ່ຈີມິນ ໃນໄລຍະ 10 ປີຜ່ານມາ; ຕີລາຄາຄວາມໝາຍຂອງບັນດາຮູບການເຊີດຊູປະທານໂຮ່ຈີມິນ ເຖິງການພົວພັນລະຫວ່າງຫວຽດນາມ ກັບປະເທດຕ່າງໆ; ສະເໜີທິດທາງຜັນຂະຫຍາຍໃນໄລຍະຈະມາເຖິງ. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍຢ່າງແທດຈິງ, ມຸ່ງໄປເຖິງການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19-5-1890/19-5-2020) ແລະບັນດາກິດຈະກໍາສະເຫຼີມສະຫຼອງໃຫຍ່ໃນປີ 2020.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: qdnd.vn.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມີງ ເນັ້ນໜັກເຖິງຄວາມໝາຍອັນໃຫຍ່ຫຼວງຂອງກອງປະຊຸມສະມັດຊາໃຫຍ່ອົງການສຶກສາ, ວິທະຍາສາດ, ວັດທະນະທໍາສະຫະປະຊາຊາດ (UNESCO) ປີ 1987 ໄດ້ມີມະຕິສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ດ້ວຍຖານະເປັນວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດ.

ທ່ານ ຟ້າມບິ່ງມີງ ໃຫ້ຮູ້ວ່າ, ການຜັນຂະຫຍາຍບັນດາກິດຈະກໍາເຊີດຊູປະທານໂຮ່ຈີມິນ ຢູ່ຕ່າງປະເທດໃນໄລຍະ 10 ປີຜ່ານມາບັນລຸໄດ້ຫຼາຍໝາກຜົນສໍາຄັນ, ສ້າງການຜັນແປຢ່າງຕັ້ງໜ້າໃນການຮັບຮູ້ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຊົນພາຍໃນປະເທດ ແລະພິເສດແມ່ນເພື່ອນມິດສາກົນ, ປະກອບສ່ວນຍົກສູງປະສິດທິຜົນການໂຄສະນາເຜີຍແຜ່ພາບພົດປະເທດຊາດຫວຽດນາມ ໃນໂລກ; ຍົກສູງຄຸນນະພາບ, ປະສິດທິຜົນວຽກງານພົວພັນຕ່າງປະເທດ...

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມ. ພາບ: qdnd.vn.

ສໍາລັບກິດຈະກໍາເຊີດຊູປະທານໂຮ່ຈີມິນ ໃນໄລຍະຈະມາເຖິງ, ທ່ານ ຟ້າມບິ່ງມີງ ຖືວ່າ ໃນສະພາບການປະເທດຊາດພວມມີການຫັນປ່ຽນຢ່າງແຮງໃນພາລະກິດປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນນັ້ນ, ບັນດາຄຸນຄ່າອັນໃຫຍ່ຫຼວງກ່ຽວກັບແນວຄິດ, ວັດທະນະທຳ, ຄຸນສົມບັດຂອງປະທານໂຮ່ຈີມິນ ຍິ່ງຕ້ອງໄດ້ຮັບການເຊີດຊູ, ໂຄສະນາ, ແຜ່ຂະຫຍາຍຢ່າງກວ້າງຂວາງ,  ພິເສດໃນປະຊາຄົມສາກົນ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮຸ່ນຕ່າງໆ.

ບົນພື້ນຖານບົດລາຍງານຂອງກະຊວງການຕ່າງປະເທດ, ທີ່ກອງປະຊຸມ, ຜູ້ແທນຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບການຍົກສູງປະສິດທິຜົນກິດຈະກໍາເຊີດຊູປະທານໂຮ່ຈີມິນ ຢູ່ຕ່າງປະເທດກວ່າອີກ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບປະເທດຕ່າງໆ, ຍົກສູງທີ່ຕັ້ງບົດບາດ ແລະພາບພົດຂອງປະເທດຊາດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ໂດຍ: ທະນາພອນ