leftcenterrightdel
ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເມີ້ນ ໄດ້ເຂົ້າຄຳນັບສຸສານອາໄລຫາປະທານໂຮ່ຈີມິນ. ຫຼັງຈາກນັ້ນຄະນະໄດ້ໄປວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທີ່ຖະໜົນບັກເຊີນ, ຮ່າໂນ້ຍ.

ໃນຕອນເຊົ້າວັນທີ 22 ມັງກອນ, ຄະນະຜູ້ແທນການນຳພັກ, ລັດ ໄດ້ວາງພວງມາລາ, ຖະຫວາຍທູບທຽນອາໄລຫາບັນດານັກປະຕິວັດລຸ້ນກ່ອນ ແລະບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານມາຍຢິກ - ຮ່າໂນ້ຍ.

ແຫຼ່ງຄັດຈາກ: vovworld.vn