ເມື່ອເຕື້ອງເຖິງບົດບາດຂອງພັກກອມມູນິດຫວຽດນາມ ໃນວິວັດການກໍ່ສ້າງ ແລະພັດທະນາປະເທດຊາດ, ທ່ານ Victor Kot ເນັ້ນໜັກວ່າ, ໃນຕະຫຼອດໄລຍະປະຫວັດສາດຂອງສະຕະວັດທີ XX ແລະບັນດາທົດສະວັດທໍາອິດຂອງສະຕະວັດທີ XXI, ຫວຽດນາມ ສ້າງໄດ້ການປຸກລະດົມ, ສົ່ງເສີມອັນຍິ່ງໃຫຍ່ໃຫ້ແກ່ການສ້າງຕັ້ງຂະບວນການສາກົນກອມມູນິດ, ໃຫ້ແກ່ການຕໍ່ສູ້ຂອງບັນດານັກກອມມູນິດ ແລະການປະຕິວັດ, ກໍ່ຄືປະຫວັດສາດມວນມະນຸດ. ທ່ານ Victor Kot ສະແດງຄວາມນິຍົມນັບຖື ແລະເຄົາລົບຕໍ່ປະຫວັດສາດອັນອົງອາດກ້າຫານໃນ 90 ປີຜ່ານມາຂອງພັກກອມມູນິດຫວຽດນາມ ດ້ວຍບົດບາດນໍາພາສົມກັບການຍອມຮັບຂອງປະຊາຊົນຫວຽດນາມໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ກໍ່ຄືບົດບາດນໍາພາ ແລະຖານະບົດບາດພັກກອມມູນິດຫວຽດນາມໃນເວທີສາກົນ.

leftcenterrightdel
ທ່ານ Victor Kot ເລຂາທິການໃຫຍ່ພັກກອມມູນິດອາກຊັງຕີນ ແນະນໍາກ່ຽວກັບແງ່ມູມຂອງມູນເຊື້ອກັບທ່ານນາງ ໂງທິແທັງຮັ່ງ ຮອງເລຂາຜູ້ປະຈໍາການພັກນະຄອນຮ່າໂນ້ຍຢູ່ສໍານັກງານຂອງພັກກອມມູນິດອາກຊັງຕີນ, ວັນທີ 30 ຕຸລາ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Victor Kot ແລ້ວ, ດ້ວຍການນໍາພາຂອງພັກກອມມູນິດຫວຽດນາມ ແລະຄວາມເປັນຈິດໜຶ່ງໃຈດຽວກັນຂອງທັງຊົນຊາດ, ຫວຽດນາມ ຍາດໄດ້ໄຊຊະນະທີ່ດັງກ້ອງກັງວານໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນ, ເປີດໄລຍະປະຫວັດສາດໃໝ່ໃຫ້ຊົນຊາດດ້ວຍການກຳເນີດຂອງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ຫຼັງຈາກນັ້ນແມ່ນການຕໍ່ສູ້ເພື່ອເອກະລາດແຫ່ງ ຊາດ, ເຮັດໃຫ້ລັດທິຈັກກະພັດໃນການສູ້ຮົບຍືດເຍື້ອຍາວນານ, ທຸກຍາກລຳບາກ ແລະມີຄວາມຫຍຸ້ງຍາກທີ່ສຸດ.

ກ່ຽວກັບສາຍພົວພັນລະຫວ່າງສອງພັກກອມມູນິດອາກຊັງຕີນ ແລະຫວຽດນາມ, ທ່ານ Victor Kot ໃຫ້ຮູ້ວ່າ, ນີ້ແມ່ນສາຍພົວພັນປະຫວັດສາດ ໂດຍອີງໃສ່ພື້ນຖານຂອງລັດທິມາກ-ເລນິນ ດ້ວຍບັນດາທັດສະນະຄ້າຍຄືກັນ, ວັດທະນະທໍາມະນຸດ, ນໍ້າໃຈມິດຕະພາບສາກົນບໍລິສຸດຜຸດຜ່ອງ ແລະເຄົາລົບເຊິ່ງກັນ ແລະກັນ. ບັນດາການນໍາປະຫວັດສາດຂອງພັກກອມມູນິດອາກຊັງຕີນ ເຄີຍມີການຕິດຕໍ່ພົວພັນເປັນປະຈໍາກັບບັນດາການນໍາ, ຄື: ປະທານໂຮ່ຈີມິນ ຫຼືທ່ານ ເລຢ໋ວນ ເລຂາທິການໃຫຍ່ ແລະບັນດາສະຫາຍອື່ນໆອີກ, ພິເສດແມ່ນໃນໄລຍະທີ່ຫວຽດນາມ ຕ້ອງຜ່ານຜ່າການຕໍ່ສູ້ທີ່ທຸກຍາກລຳບາກຕ້ານຈັກກະພັດອາເມລິກາ, ໄລຍະ ເຊິ່ງບັນດານັກກອມມູນິດອາກຊັງຕີນ ໄດ້ເຮັດຈົນສຸດຄວາມສາມາດຂອງຕົນເພື່ອສະໜັບສະໜູນການຕໍ່ສູ້ອັນຊອບທຳຂອງປະຊາຊົນຫວຽດນາມວິລະຊົນ.

ທ່ານ Victor Kot ຢັ້ງຢືນວ່າ, ໃນຊຸມປີມໍ່ໆມານີ້, ສອງຝ່າຍມີບັນດາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈໍາແນໃສ່ເພີ່ມທະວີ, ຊຸກຍູ້ສາຍພົວພັນມິດຕະພາບອ້າຍນ້ອງ, ພ້ອມທັງສະແດງການສະໜັບສະໜູນ ແລະນໍ້າໃຈສາມັກຄີໃນວິວັດການປ່ຽນແປງໃໝ່ ແລະພັດທະນາເສດຖະກິດສໍາເລັດຂອງຫວຽດນາມ, ກໍ່ຄືບົດບາດຂອງຫວຽດນາມນັບມື້ນັບສູງຂຶ້ນ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະໃນບັນດາສາຍພົວພັນສາກົນ.

ທ່ານ Victor Kot ເຊື່ອໝັ້ນວ່າ, ຫວຽດນາມ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ຈະສືບຕໍ່ຜັນຂະຫຍາຍສໍາເລັດບັນດາຍຸດທະສາດພັດທະນາປະເທດຊາດ, ກໍ່ຄືບັນລຸໄດ້ຜົນງານໃໝ່ຕື່ມອີກໃນກິດຈະການກໍ່ສ້າງລັດທິສັງຄົມນິຍົມ. ທ່ານກໍ່ສະແດງຄວາມຫວັງວ່າສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ ແລະບັນດານັກກອມມູນິດອາກຊັງຕີນ ແລະຫວຽດນາມ ນັບມື້ນັບໜັກແໜ້ນ, ໝັ້ນແກ່ນ, ມຸ່ງໄປເຖິງຜົນສໍາເລັດໃໝ່.

ໂດຍ: ເຈິ່ນຮວ່ຽນ