ທີ່ການພົບປະເຈລະຈາ, ທ່ານ Guy Parmelin ຊົມເຊີຍຜົນງານພັດທະນາເສດຖະກິດ-ສັງຄົມທີ່ໜ້າປະທັບໃຈຂອງຫວຽດນາມ ໃນປີຜ່ານມາ ແລະເລື່ອງຫວຽດນາມ ໄດ້ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ແລະປະທານອາຊຽນ 2020, ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະປະຕິບັດສໍາເລັດບັນດາບົດບາດຂອງຕົນເປັນຢ່າງດີ.

ທ່ານ ເຈື່ອງຮວ່າບິ່ງ ສະແດງຄວາມປາດຖະໜາວ່າສອງຝ່າຍຈະເພີ່ມທະວີການສົມທົບກັນ, ແລກປ່ຽນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຢູ່ສະຫະປະຊາຊາດກໍ່ຄືໃນຂອບເຂດການຮ່ວມມືອາຊຽນ-ສະວິດ.

leftcenterrightdel
ທ່ານ ເຈື່ອງຮວ່າບິ່ງ ແລະທ່ານ Guy Parmelin. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍຢັ້ງຢືນວ່າລັດຖະບານສອງປະເທດຈະສືບຕໍ່ສົ່ງເສີມ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດສະວິດ ແລະຫວຽດນາມ ເພີ່ມທະວີການເຊື່ອມຕໍ່, ການຮ່ວມມືດໍາເນີນທຸລະກິດໃນບັນດາຂົງເຂດທີ່ສະວິດ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ. ທ່ານ ເຈື່ອງຮວ່າບິ່ງ ແລະທ່ານ Guy Parmelin ກໍ່ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຄວນສືບຕໍ່ຍູ້ໄວການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະກຸ່ມການຄ້າເສລີເອີຣົບ (EFTA) ເຊິ່ງສະວິດ ເປັນສະມາຊິກ. ສອງຝ່າຍແລກປ່ຽນກ່ຽວກັບຄວາມສໍາຄັນຂອງເລື່ອງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982) ຢູ່ທະເລຕາເວັນອອກ ກໍ່ຄືຢູ່ພາກພື້ນຕ່າງໆ.

ໂດຍ: ທະນາພອນ