ທີ່ການພົບປະກັບການນໍາຊູດັງ, ທ່ານ ເຈິ່ນແທັ່ງກົງ ໄດ້ຫວນຄືນການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະຊູດັງ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ ຊູດັງ ທີ່ໄດ້ສະໜັບສະໜູນຫວຽດນາມ ໃນບັນດາເວທີປາໄສສາກົນ.

leftcenterrightdel
ທ່ານ Abdalftah Alburhan A. Alrahman Alburhan ປະທານສະພາເຊື່ອມຕໍ່ປະເທດສາທາລະນະລັດຊູດັງ ຕ້ອນຮັບທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນແທັ່ງກົງ ເນັ້ນໜັກວ່າ, ປະຈຸບັນການພົວພັນຮ່ວມມືດ້ານເສດຖະກິດຍັງບໍ່ທັນສົມກັບການພົວພັນດ້ານການເມືອງຂອງສອງປະເທດ. ໃນຖານະຕຳແໜ່ງເປັນເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຊູດັງ, ທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດສໍາເລັດໜ້າທີ່ຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເພື່ອນໍາການພົວພັນສອງປະເທດເຂົ້າສູ່ເນື້ອແທ້ ແລະມີປະສິດທິຜົນ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ພິເສດແມ່ນບັນດາຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະທ່າແຮງ.

ສ່ວນທ່ານ Abdalftah Alburhan A. Alrahman Alburhan ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານດ້ານເສດຖະກິດເຊິ່ງ ຫວຽດນາມ ບັນລຸໄດ້, ພ້ອມທັງຢັ້ງຢືນວ່າ ຊູດັງ ຈະຖອດຖອນບົດຮຽນຫຼາຍຢ່າງໃນການພັດທະນາຂອງຫວຽດນາມ ໃນຫຼາຍຂົງເຂດ ພ້ອມທັງປາດຖະໜາຢາກທ່ານເອກອັກຄະລັດຖະທູດ ເຈິ່ນແທັ່ງກົງ ຈະປະ​ຕິ​ບັດສຳ​ເລັດ​ໜ້າທີ່ໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນລະຫວ່າງຊູດັງ ແລະຫວຽດນາມ.

ຊູດັງ ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ແຕ່ປີ 1969. ສອງຝ່າຍກໍ່ໄດ້ລົງນາມເອກະສານຮ່ວມມືບາງສະບັບໃນບັນດາຂົງເຂດ, ຄື: ກະສິກໍາ, ນໍ້າມັນອາຍແກັຣ, ການຄ້າ...

ໂດຍ: ດັ້ງເກື່ອງ