ການຢ້ຽມຢາມໄດ້ດໍາເນີນໃນສະພາບການສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ພວມພັດທະນາຢ່າງດີງາມ. ສອງຝ່າຍຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດທີ່ສໍາຄັນຫຼາຍຢ່າງ, ຮັກສາການຢ້ຽມຢາມຂັ້ນສູງ ກໍ່ຄືບັນດາກົນໄກຮ່ວມມືຕ່າງໆຢ່າງເປັນປະຈໍາ. ວົງເງິນການຄ້າສອງຝ່າຍໃນ 9 ເດືອນຕົ້ນປີ 2019 ບັນລຸ 828,43 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ສອງຝ່າຍສືບຕໍ່ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດຕ່າງໆ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ກະສິກໍາ...

leftcenterrightdel
ທ່ານ ເຈືອງຮວ່າບີ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ. ພາບ: ແມ້ງຮຸ່ງ.

ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ-ກໍາປູເຈຍ ສືບຕໍ່ພັດທະນາຢ່າງຕັ້ງໜ້າ. ສອງຝ່າຍແລກປ່ຽນຫຼາຍຄະນະຜູ້ແທນຂັ້ນສູງ. ວົງເງິນການຄ້າສອງສົ້ນໃນ 10 ເດືອນຕົ້ນປີ 2019 ບັນລຸ 4,41 ຕື້ໂດລາສະຫະລັດ. ສອງຝ່າຍກໍ່ຮ່ວມມືຢ່າງຕັ້ງໜ້າໃນບັນດາຂົງເຂດຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ, ການສຶກສາກໍ່ສ້າງ, ການຕ້ານ ແລະສະກັດກັ້ນອາດຊະຍາກໍາ, ວຽກງານຊົນເຜົ່າ, ສາສະໜາ...

ໂດຍ: ເກື່ອງດັ້ງ