ທີ່ການຕ້ອນຮັບ, ທ່ານ Rustam Minnikhanov ຢັ້ງຢືນວ່າ ຕາຕາສະຖານ ຖືເປັນສໍາຄັນການພົວພັນກັບຫວຽດນາມ. ທ່ານ Rustam Minnikhanov ໃຫ້ຮູ້ວ່າ ການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງສອງຝ່າຍຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນ, ວົງເງິນການຄ້າສອງຝ່າຍພຽງແຕ່ບັນລຸ 25 ລ້ານໂດລາສະຫະລັດ. ຍ້ອນເຫດນັ້ນ, ສອງຝ່າຍຄວນຍູ້ແຮງການພົວພັນກວ່າອີກ ເພື່ອເພີ່ມທະວີການພົວພັນທາງການຄ້າ.

ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ຖືນີ້ແມ່ນໜຶ່ງໃນບັນດານະໂຍບາຍບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Rustam Minnikhanov ປະທານາທິບໍດີສ.ຕາຕາສະຖານ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະສະຫະພັນລັດເຊຍ. ສ.ຕາຕາສະຖານ ແມ່ນໜຶ່ງໃນບັນດາເຂດເສດຖະກິດພັດທະນາທີ່ສຸດຂອງສະຫະພັນລັດເຊຍ. ທ່ານນາງ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ການທ່ອງທ່ຽວລະຫວ່າງ ຕາຕາສະຖານ ກັບຫວຽດນາມ ຈະສືບຕໍ່ພັດທະນາຢ່າງແຮງ. ຫວຽດນາມ ໃຫ້ຄໍາໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດສະດວກ ເພື່ອໃຫ້ບັນດາວິສາຫະກິດລັດເຊຍ, ໃນນັ້ນມີບັນດາວິສາຫະກິດຂອງ ຕາຕາສະຖານ ດໍາເນີນທຸລະກິດ, ທໍາມາຫາກິນຍາວນານ, ໝັ້ນຄົງຢູ່ຫວຽດນາມ.

ກ່ຽວກັບການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ປະຈຸບັນມີຫຼາຍທ້ອງຖິ່ນຂອງລັດເຊຍ ມີຮູບແບບການພົວພັນແຮກສ່ຽວກັບຫວຽດນາມ. ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຈະມີສາຍພົວພັນແຮກສ່ຽວລະຫວ່າງນະຄອນ Kazan ກັບບັນດານະຄອນຂອງຫວຽດນາມ, ກໍ່ຄືລະຫວ່າງ ສ.ຕາຕາສະຖານ ກັບບັນດາທ້ອງຖິ່ນຂອງຫວຽດນາມ, ໃນນັ້ນມີແຂວງກຽນຢາງ.

ໂດຍ: ທະນາພອນ