ນັກຂ່າວ: ຮຽນທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ, ຂໍທ່ານນາງໃຫ້ຮູ້ ເປົ້າໝາຍການຢ້ຽມຢາມສະຫະພັນລັດເຊຍ ຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນຫຍັງແດ່?

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ: ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການໃນຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ມີຄວາມໝາຍສໍາຄັນ, ສືບຕໍ່ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງການນໍາຂັ້ນສູງສອງປະເທດ, ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ກວ່າອີກ, ພ້ອມທັງເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ.

ໃນການຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າ ແລະບັນດາການນໍາຂັ້ນສູງຂອງສະຫະພັນລັດເຊຍ ມີບັນດາການພົບປະເຈລະຈາ, ການພົບປະ, ແລກປ່ຽນຢ່າງເລິກເຊິ່ງ ກວ້າງຂວາງກ່ຽວກັບການພົວພັນລະຫວ່າງສອງປະເທດໃນທຸກໆຂົງເຂດຮ່ວມມືຄື: ການເມືອງ-ການທູດ, ເສດຖະກິດ-ການຄ້າ...

ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍບັນດາເນື້ອໃນແລກປ່ຽນຢ່າງເລິກເຊິ່ງ ກວ້າງຂວາງ, ຮອບດ້ານ, ການຢ້ຽມຢາມຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ຢ່າງແຮງ, ແທດຈິງກວ່າອີກ, ປະກອບສ່ວນເຂົ້າໃນການພັດທະນາ ແລະຄວາມວັດທະນາຖາວອນຂອງສອງປະເທດ.

ນັກຂ່າວ: ຮຽນທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານນາງຕີລາຄາຄືແນວໃດກ່ຽວກັບການພົວພັນຮ່ວມມືຫວຽດນາມ-ສະຫະພັນລັດເຊຍ?

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ: ອາດເວົ້າໄດ້ວ່າ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະສະຫະພັນລັດເຊຍ ພວມຢູ່ໃນໄລຍະພັດທະນາອັນດີງາມໃນທຸກໆຂົງເຂດການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ....

ກ່ຽວກັບດ້ານການເມືອງ-ການທູດ, ສອງປະເທດມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງທີ່ສຸດ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈໍາ, ພິເສດແມ່ນຂັ້ນສູງ. ບັນດາການຢ້ຽມຢາມເປັນປະຈໍາຂອງການນໍາຂັ້ນສູງສອງປະເທດແມ່ນກໍາລັງໜູນຢ່າງແຮງເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍ. ທີ່ບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ, ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນທັດສະນະຂອງກັນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ V. Volodin ປະທານສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ ລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ ຢູ່ຮ່າໂນ້ຍ ປີ 2018.

ສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ, ສະພາສະຫະພັນລັດເຊຍ ພ້ອມກັບລັດຖະບານສອງປະເທດສ້າງຂອບນິຕິກໍາ, ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນຢ່າງສະດວກໃຫ້ແກ່ວິສາຫະກິດ ແລະປະຊາຊົນ, ຊຸກຍູ້ການຮ່ວມມືເພື່ອຜົນປະໂຫຍດຢ່າງແທດຈິງ ແລະຄວາມວັດທະນາຖາວອນ ຂອງສອງປະເທດຫວຽດນາມ-ສະຫະພັນລັດເຊຍ.

ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ມີບາດກ້າວພັດທະນາຢ່າງວ່ອງໄວ. ປີ 2018, ວົງເງິນການຄ້າລະຫວ່າງສອງປະເທດບັນລຸໄດ້ 4,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2017; 9 ເດືອນປີ 2019 ບັນລຸໄດ້ 3,4 ຕື້ໂດລາສະຫະລັດ.  ເລື່ອງຫວຽດນາມ ແລະສະຫະພັນລັດເຊຍ ເຂົ້າຮ່ວມສັນຍາການຄ້າເສລີຫວຽດນາມ-ສະຫະພັນລັດເຊຍ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືດ້ານການຄ້າ-ການລົງທຶນລະຫວ່າງສອງປະເທດກວ່າອີກ.

ການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງນັບແຕ່ດົນນານໄດ້ຖືເປັນຂົງເຂດຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ການຮ່ວມມືດ້ານວັດທະນາທໍາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນກໍ່ໄດ້ຮັບການຍູ້ແຮງດ້ວຍບັນດາຕົວເລກການເຕີບໂຕທີ່ມີຄວາມປະທັບໃຈ.

ຄຽງຄູ່ກັບການຮ່ວມມືຢູ່ຂັ້ນກະຊວງ, ຂະແໜງການສູນກາງ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນກໍ່ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະຊຸກຍູ້ຢ່າງແຮງ, ບໍ່ພຽງແຕ່ລະຫວ່າງບັນດານະຄອນຫຼວງ, ນະຄອນໃຫຍ່, ຄື: ຮ່າໂນ້ຍ-ມົດສະກູ, ນະຄອນໂຮ່ຈີມິນ-Saint Petersburg ເທົ່ານັ້ນ ຫາກຍັງລະຫວ່າງບັນດາທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື ລະຫວ່າງແຂວງບິ່ງຖ້ວນ ກັບແຂວງ Kaluga, ແຂວງຮ່າຕິ້ງ ກັບແຂວງ Tula, ແຂວງນາມດິ້ງກັບ Krasnodar... ອີກດ້ວຍ.

ນັກຂ່າວ: ຮຽນທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ຂໍທ່ານນາງໃຫ້ຮູ້ວ່າ ບັນດາທິດຮ່ວມມືໃດ ເຊິ່ງສອງຝ່າຍສາມາດສຸມໃສ່ເພື່ອເຮັດໃຫ້ເລິກເຊິ່ງກວ່າອີກ?

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ: ເພື່ອປັບປຸງ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ, ສອງຝ່າຍຄວນສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຂັ້ນກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດ, ຮ່ວມມືຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນດາຂໍ້ຄົງຄ້າງ; ຕັັ້ງໜ້າສົມທົບກັນ, ທາບທາມຄໍາເຫັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ຕັ້ງໜ້າພົບປະ, ແລກປ່ຽນກ່ຽວກັບບັນດາບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຈາກແງ່ມູນຂອງອົງການນິຕິບັນຍັດ, ຂ້າພະເຈົ້າ ແລະບັນດາສະຫາຍການນໍາສະຫະພັນລັດເຊຍ ຈະແລກປ່ຽນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມສູງໃນທິດທາງສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ, ລາຍລະອຽດແມ່ນ:

ສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນຂອງການນໍາສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ແລະກຸ່ມສະມາຊິກລັດຖະສະພາຂອງສະພາແຫ່ງຊາດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບການເຄື່ອນໄຫວລັດຖະສະພາຂອງແຕ່ລະປະເທດ...

ເພີ່ມທະວີການສົມທົບກັນຕິດຕາມກວດກາ, ກະຕຸກຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມື ເຊິ່ງລັດຖະບານສອງປະເທດໄດ້ລົງນາມ ແລະບັນດາໂຄງການຮ່ວມມືຍຸດທະສາດຢ່າງມີປະສິດທິຜົນ.

ເພີ່ມທະວີການພົບປະ, ທາບທາມຄໍາເຫັນ, ສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີລັດຖະສະພາຫຼາຍຝ່າຍ ເຊິ່ງສະພາແຫ່ງຊາດສອງປະເທດເປັນສະມາຊິກກວ່າອີກ, ເປັນຕົ້ນແມ່ນໃນບັນດາກົນໄກຮ່ວມມື, ຄື: ສະຫະພັນລັດຖະສະພາສາກົນ (IPU), ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF)...

ຮັກສາວາລະປະຊຸມປະຈໍາປີຂອງຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ...

ນອກຈາກນັ້ນ, ຄຽງຂ້າງບັນດາຄວາມມານະພະຍາຍາມຮ່ວມມືສ້າງສະພາບແວດລ້ອມນິຕິກໍາສະດວກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ສອງຝ່າຍຄວນເອົາໃຈໃສ່ວຽກງານສຶກສາອົບຮົມບັນດາຄົນໄວໜຸ່ມກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງສອງປະເທດ...

ນັກຂ່າວ: ຮຽນທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ຂໍທ່ານນາງໃຫ້ຮູ້ ຕາມຂໍ້ລິເລີ່ມຂອງທ່ານ V. Volodin ປະທານສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ, ຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາຫວຽດນາມ ແລະສະຫະພັນລັດເຊຍ ຢູ່ຂັ້ນສູງໄດ້ຮັບການສ້າງຕັ້ງດ້ວຍເປົ້າໝາຍຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງສອງຝ່າຍ. ກົນໄກນີ້ພວມເຄື່ອນໄຫວຢ່າງມີປະສິດທິຜົນຄືແນວໃດ? ບັນດາຫົວຂໍ້ຕົ້ນຕໍຂອງໂຄງການດໍາເນີນງານຂອງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຫວຽດນາມ ແລະສະຫະພັນລັດເຊຍ ແມ່ນຫຍັງ?

ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ: ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການເມື່ອປີກາຍ, ປະທານສະພາແຫ່ງຊາດຫວຽດນາມ ແລະປະທານສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງຕັ້ງຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ.

ໃນການຢ້ຽມຢາມໃນຄັ້ງນີ້, ຂ້າພະເຈົ້າ ແລະທ່ານ V. Volodin ປະທານສະພາຕໍ່າ (Duma)  ສະພາແຫ່ງຊາດສະຫະພັນລັດເຊຍ ພ້ອມກັນເຂົ້າຮ່ວມວາລະປະຊຸມທໍາອິດຂອງຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ. ສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma) ສະພາແຫ່ງຊາດສະຫະພັນລັດເຊຍ ຈະຮັກສາວາລະປະຊຸມປະຈໍາປີຂອງຄະນະກໍາມາທິການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma)  ສະພາແຫ່ງຊາດສະຫະພັນລັດເຊຍ ແລະໝູນໃຊ້ຊ່ອງຮ່ວມມືນີ້ຢ່າງສຸດຂີດ ເພື່ອປະກອບສ່ວນປັບປຸງ ແລະຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ເວົ້າລວມ, ການພົວພັນອັນດີງາມລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າ (Duma)  ສະພາແຫ່ງຊາດສະຫະພັນລັດເຊຍ ເວົ້າສະເພາະ ຢ່າງບໍ່ຢຸດຢັ້ງ.

ປີນີ້, ວາລະປະຊຸມຄັ້ງທີ 1 ໄດ້ຈັດຕັ້ງຢູ່ສະຫະພັນລັດເຊຍ ແລະສຸມໃສ່ບັນດາຫົວຂໍ້ຕົ້ນຕໍ, ແມ່ນ: ການພັດທະນາຂອງສາຍພົວພັນຮ່ວມມືລັດຖະສະພາໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະສະຫະພັນລັດເຊຍ;  ການຮ່ວມມືລັດຖະສະພາເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະສະຫະພັນລັດເຊຍ ໃນບາງຂົງເຂດລະອຽດ. ອີງຕາມຜົນຂອງວາລະປະຊຸມຄັ້ງທີ 1, ສອງຝ່າຍຈະຍົກອອກຫົວຂໍ້ໃຫ້ບັນດາວາລະປະຊຸມຕໍ່ໄປ.

ນັກຂ່າວ: ຂໍຂອບອົກຂອບໃຈທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ!

ໂດຍ: ທະນາພອນ