ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງຄະນະຜູ້ແທນໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ເວົ້າລວມ, ສ້າງພະລັງແຮງໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບອົງການພິທັກແຫ່ງຊາດສະຫະພັນລັດເຊຍ ເວົ້າສະເພາະ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Zolotov Victor Vasilyevich, ຫົວໜ້າອົງການພິທັກແຫ່ງຊາດສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ປະຈຸບັນສອງປະເທດພວມຈັດຕັ້ງປີຫວຽດນາມ-ລັດເຊຍ, ລັດເຊຍ-ຫວຽດນາມ ໃນປີ 2019-2020 ດ້ວຍບັນດາກິດຈະກໍາພົບປະແລກປ່ຽນ, ສະເຫຼີມສະຫຼອງ ແລະໂຄສະນາ, ສົ່ງເສີມທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບຫວຽດນາມ-ລັດເຊຍ (1994-2019) ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2020), ປະກອບສ່ວນຮັດແໜ້ນນໍ້າໃຈອັນສະໜິດຕິດພັນລະຫວ່າງສອງປະເທດ, ນໍາການຮ່ວມມືຫວຽດນາມ-ລັດເຊຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ສະຫະພັນລັດເຊຍ ສະໜັບສະໜູນທັດສະນະ ແລະຫຼັກໝັ້ນຂອງຫວຽດນາມ ຕໍ່ບັນຫາທະເລຕາເວັນອອກ; ສະໜັບສະໜູນຫວຽດນາມ ປະຕິບັດສໍາເລັດບົດບາດເປັນປະທານອາຊຽນ 2020 ເປັນຢ່າງດີ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Zolotov Victor Vasilyevich, ຫົວໜ້າອົງການພິທັກແຫ່ງຊາດສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເຫັນດີເປັນເອກະພາບຕໍ່ທ່ານ ຫງວຽນຊວນຟຸກ, ທ່ານ Zolotov Victor Vasilyevich ຢັ້ງຢືນວ່າ, ຝ່າຍອົງການພິທັກແຫ່ງຊາດສະຫະພັນລັດເຊຍ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນກັບຫວຽດນາມ. ໃນຕໍ່ໜ້າ, ສອງຝ່າຍສາມາດຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດເຕັກນິກ, ຜ່ານນັ້ນປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ,  ຄວາມປອດໄພໃນສັງຄົມ.

ໂດຍ: ເຈິ່ນຮວ່ຽນ