ທີ່ການຕ້ອນຮັບ, ທ່ານ ເຈິ່ນກ໊ວກເວື້ອງ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພັດທະນາການພົວພັນກັບໂມຊໍາບິກ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກ FRELIMO, ປະຊາຊົນໂມຊໍາບິກ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ; ຖືວ່າ ຂໍ້ຕົກລົງຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມ ແລະວິທະຍຸກະຈາຍສຽງແຫ່ງຊາດໂມຊໍາບິກ ໄດ້ຮັບການລົງນາມ ຈະປະກອບສ່ວນຫັນຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ໃຫ້ເປັນລະອຽດ, ເປັນພື້ນຖານໃຫ້ແກ່ການປັບປຸງການພົວພັນຮ່ວມມືລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດຂອງສອງປະເທດ. ຈາກນັ້ນປະກອບສ່ວນຮັດແໜ້ນການພົວພັນມູນເຊື້ອມິດຕະພາບອັນດີງາມລະຫວ່າງສອງພັກ ແລະປະຊາຊົນສອງປະເທດ ກວ່າອີກ.

leftcenterrightdel
ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈໍາການຄະນະເລຂາທິການ ຕ້ອນຮັບທ່ານນາງ Emilia Moiane.  ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Emilia Moaine ຢັ້ງຢືນວ່າ, ພັກ, ລັດໂມຊໍາບິກ ປາດຖະໜາຢາກໃຫ້ຫວຽດນາມ ແບ່ງປັນບົດຮຽນໃນການພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ ການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ ແລະປະຊາຊົນສອງປະເທດຢ່າງແຮງກວ່າອີກ, ນໍາການພົວພັນຮ່ວມມືໃນທຸກ ຂົງເຂດເສດຖະກິດ, ການຄ້າ - ການລົງທຶນ, ກະສິກໍາ, ການສຶກສາ, ສາທາລະນະສຸກ,  ການປ້ອງກັນຊາດ, ໂທລະຄົມມະນາຄົມ... ລະຫວ່າງສອງປະເທດ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ກວຽດເຕິມ