ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ຫວຽດນາມ ຕີລາຄາສູງການພົວພັນຮ່ວມມືກັບບັນດາລັດຂອງເຢຍລະມັນ, ໃນນັ້ນມີລັດ Hessen; ຖືນີ້ແມ່ນສາຍພົວພັນຮ່ວມມືແບບໃໝ່, ມີປະສິດທິຜົນ, ຕ້ອງໄດ້ຊຸກຍູ້ໃນໄລຍະຈະມາເຖິງ. ຫວຽດນາມ ແລະລັດ Hessen ມີການຮ່ວມມືຢ່າງຟົດຟື້ນມີຊີວິດຊີວາໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ ແລະການສຶກສາ, ໃນນ້ັນໂຮງຮຽນມະຫາວິທະຍາໄລຫວຽດນາມ- ເຢຍລະມັນ ແມ່ນໜຶ່ງໃນບັນດາຮູບການຮ່ວມມືທີ່ມີປະສິດທິຜົນ. ວົງເງິນການຄ້າລະຫວ່າງຫວຽດນາມ-Hessen ບັນລຸໄດ້ປະມານ 1 ຕື້ໂດລາສະຫະລັດ, ກວມເອົາ 1/8 ຂອງວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ-ເຢຍລະມັນ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະນ້ອຍຂອງ Hessen ກັບວິສາຫະກິດຂະໜາດກາງ ແລະນ້ອຍຂອງຫວຽດນາມ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ  Boris Rhein ປະທານລັດຖະສະພາ ລັດ Hessen (ສາທາລະນະລັດ  ສະຫະພັນເຢຍລະມັນ). ພາບ: ຈ໊ຽນຖັ໊ງ.

ທ່ານ Boris Rhein ຢັ້ງຢືນວ່າ, ລັດ Hessen ຖືເປັນສໍາຄັນການພົວພັນຮ່ວມມືໂດຍກົງກັບຫວຽດນາມ. ປີ 2020, ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານອາຊຽນ, ເຢຍລະມັນ ດຳລົງຕຳແໜ່ງເປັນປະທານສະຫະພາບເອີລົບ (EU). ນີ້ຈະແມ່ນກາລະໂອກາດເພື່ອໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ. ທ່ານ Boris Rhein ປາດຖະໜາຢາກຊຸກຍູ້ການຮ່ວມມື ຕາມທິດສອງສົ້ນ: ບັນດາວິສາຫະກິດຫວຽດນາມ ລົງທຶນຢູ່ ເຢຍລະມັນ, ລັດ Hessen ແລະກົງກັນຂ້າມ, ບັນດາວິສາຫະກິດຂອງເຢຍລະມັນ, ລັດ Hessen ຈະມາເຄື່ອນໄຫວລົງທຶນຢູ່ຫວຽດນາມ.

ໂດຍ: ສົມເພັດ