ທີ່ການພົບປະ, ທ່ານນາງ ດັ້ງທິງອັກທິ້ງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບອາແຊກໄບຢານທີ່ສຸດ. ເພື່ອນໍາການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກຢ່າງແທດຈິງກວ່າອີກ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ພ້ອມທັງສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຄະນະກຳມະການລະຫວ່າງລັດຖະບານ ແລະການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ພິເສດໃນບັນດາຂົງເຂດການສຶກສາກໍ່ສ້າງ, ການທ່ອງທ່ຽວ...

leftcenterrightdel
ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບທ່ານ Ilham Aliyev ປະທານາທິບໍດີອາແຊກໄບຢານ. ພາບ: vtv.vn.

ສ່ວນທ່ານ Ilham Aliyev ຊົມເຊີຍ ແລະຕີລາຄາສູງເລື່ອງຫວຽດນາມ ຈັດສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມຂະບວນການບໍ່ຮ່ວມກຸ່ມ. ທ່ານ ຢັ້ງຢືນວ່າ ອາແຊກໄບຢານ ຖືຫວຽດນາມ ເປັນຄູ່ຮ່ວມມືສໍາຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະຈະມານະພະຍາຍາມກວ່າອີກ ເພື່ອນໍາການພົວພັນລະຫວ່າງສອງປະເທດພັດທະນາໃນທຸກຂົງເຂດໃຫ້ສົມກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງສອງປະເທດ.

leftcenterrightdel
ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: vtv.vn.

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ, ທ່ານນາງ ດັ້ງທິງອັກທິ້ງ ແລະທ່ານ Ilham Aliyev ເຫັນດີເປັນເອກະພາບຄວນຍົກສູງຈິດໃຈເຄົາລົບກົດໝາຍໃນການພົວພັນສາກົນ. ກ່ຽວກັບບັນດາການຜັນແປຢ່າງສັບສົນຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ, ທ່ານ Ilham Aliyev ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບການຮັກສາສັນຕະພາບ, ສະຖຽນລະພາບ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ເຄົາລົບອະທິປະໄຕຂອງປະເທດຕ່າງໆ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ