ທີ່ການຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ໄດ້ຕີລາຄາສູງການພົວພັນ, ຮ່ວມມືມິດຕະພາບລະຫວ່າງກະຊວງກະສິກໍາສອງປະເທດໃນຕະຫຼອດໄລຍະ 70 ປີຜ່ານມາ, ພິເສດແມ່ນບັນດາໝາກຜົນແທດຈິງທີ່ບັນລຸໄດ້ໃນມໍ່ໆມານີ້ ເມື່ອສອງຝ່າຍໄດ້ລົງນາມໃນເອກະສານການຄ້າຜະລິດຕະພັນກະເສດບາງສະບັບ, ພ້ອມທັງໃຫ້ຮູ້ວ່າ, ການພົວພັນດ້ານການຄ້າລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງແຮງໃນໄລຍະຜ່ານມາ, ຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນອາຊຽນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Han Changfu ລັດຖະມົນຕີກະຊວງກະສິກໍາ, ຊົນນະບົດຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Han Changfu ເຊື່ອໝັ້ນວ່າ ການຮ່ວມມືໃນຂະແໜງກະສິກໍາຫວຽດນາມ - ຈີນ ຈະພັດທະນາກວ່າອີກ, ເປັນຕົ້ນແມ່ນໃນສະພາບສອງຝ່າຍຈະສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2020.

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍຊຸກຍູ້ບັນດາຂົງເຂດຮ່່ວມມືໃຫ້ບັນລຸຄວາມຄືບໜ້າແທດຈິງ, ມີຄວາມດຸ່ນດ່ຽງ, ມີປະສິດທິຜົນ, ສ້າງພື້ນຖານໝັ້ນຄົງໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດ, ເປັນຕົ້ນແມ່ນໃນຂົງເຂດກະສິກໍາ, ພັດທະນາຊົນນະບົດ. ສອງຝ່າຍຄວນເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ ແລະສະເໜີ ຈີນ ໜູນຊ່ວຍຫວຽດນາມ ໃນວຽກງານກໍ່ສ້າງພະນັກງານເຕັກນິກກະສິກໍາ.

ທ່ານ ຫງວຽນຊວນຟຸກ ສະເໜີເພີ່ມທະວີການຮ່ວມມືໃນການແກ້ໄຂບັນຫາເຮືອຫາປາ ແລະຊາວປະມົງ, ສືບຕໍ່ຊຸກຍູ້ວິວັດທະນາການເຈລະຈາ, ລົງນາມໃນ “ຂໍ້ຕົກລົງລະຫວ່າງສອງປະເທດວ່າດ້ວຍການສ້າງຕັ້ງໂທລະສັບສາຍດ່ວນກ່ຽວກັບບັນດາເຫດການທີ່ເກີດຂຶ້ນໂດຍບັງເອີນໃນການເຄື່ອນໄຫວຫາປາຢູ່ທະເລ”.  

ໂດຍ: ເຈິ່ນຮວ່ຽນ