ກອງປະຊຸມດັ່ງກ່າວມີຂອບຂະໜາດໃຫຍ່, ດ້ວຍ 53 ຄະນະຜູ້ແທນແມ່ນບັນດາຫົວໜ້າກົມໃຫຍ່ພາສີ ຫຼືຂ້າຫຼວງໃຫຍ່ບັນດາອົງການພາສີຂອງບັນດາປະເທດສະມາຊິກ ASEM, ເລຂາທິການໃຫຍ່ອົງການພາສີໂລກ, ສະຫະພາບເອີລົບ ແລະຜູ້ຕາງໜ້າສະຖານທູດບັນດາປະເທດສະມາຊິກ ASEM ປະຈຳ ຫວຽດນາມ. ເວທີປາໄສ ASEM ໄດ້ສົນທະນາ 3 ເສົາຄ້ຳ, ລວມມີ: ດ້ານການເມືອງ, ຄວາມໝັ້ນຄົງ-ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະການຮ່ວມມືດ້ານພາສີດ້ວຍບຸລິມະສິດຕົ້ນຕໍແມ່ນການເພີ່ມເຕີມ ແລະເພີ່ມທະວີການປະຕິບັດລະບົບການຄ້າຫຼາຍຝ່າຍໃນອົງການການຄ້າໂລກ (WTO).

leftcenterrightdel
ກອງປະຊຸມຫົວໜ້າກົມໃຫຍ່ພາສີເວທີປາໄສການຮ່ວມມືອາຊີ-ເອີລົບ (ASEM) ຄັ້ງທີ 13. ພາບ: nhandan.com.vn.

ດ້ວຍເນື້ອໃນຈິດໃຈຍູ້ແຮງ ແລະຍົກສູງລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ເລື່ອງອົງການພາສີຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ໄດ້ຢັ້ງຢືນເຖິງຄວາມເປັນເຈົ້າການໃນການປະກອບສ່ວນເຂົ້າໃນກຳນົດທິດການເຄື່ອນໄຫວຮ່ວມມືດ້ານພາສີອາຊີ-ເອີລົບ. ຜ່ານນັ້ນ, ປະກອບສ່ວນສ້າງການເຊື່ອມຕໍ່ ແລະການຮ່ວມມືໃນພາກພື້ນກ່ຽວກັບຂົງເຂດພາສີໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ພວມໄດ້ຮັບການດຳເນີນຢ່າງແຮງ, ພ້ອມກັນນັ້ນແມ່ນເລື່ອງໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບການສໍ້ໂກງການຄ້າ, ຄວາມໝັ້ນຄົງ, ຕ້ານການກໍ່ການຮ້າຍ, ຜົນຮ້າຍເຖິງສິ່ງແວ້ດລ້ອມ, ສັງຄົມດ້ວຍລະດັບນັບມື້ນັບສັບສົນ ແລະແນບນຽນທີ່ສຸດ.

ໂດຍ: ເຈິ່ນຮວ່ຽນ