ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ຕີລາຄາສູງການປະກອບສ່ວນຂອງກຸ່ມສະມາຊິກລັດຖະສະພາມິດຕະພາບຝະລັ່ງ-ຫວຽດນາມ ຂອງສະພາສູງຝະລັ່ງ ຕໍ່ການພັດທະນາການພົວພັນສອງປະເທດ, ສອງອົງການນິຕິບັນຍັດ; ຢັ້ງຢືນວ່າ ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນສອງປະເທດໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືຂັ້ນສູນກາງ ແລະທ້ອງຖິ່ນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Catherine Deroche ທີ່ການຕ້ອນຮັບ. ພາບ: ຈ໊ຽນຖັ໊ງ

ໂດຍຖືວ່າສອງປະເທດຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ, ທ່ານນາງ Catherine Deroche ໄດ້ແຈ້ງໃຫ້ຊາບກ່ຽວກັບເນື້ອໃນຂອງການໄປປະຕິບັດງານຢູ່ຫວຽດນາມໃນຄັ້ງນີ້, ໃນນັ້ນມີການເຮັດວຽກກັບການນໍາກະຊວງການຕ່າງປະເທດຫວຽດນາມ. ສອງຝ່າຍໄດ້ເນັ້ນໜັກເຖິງເລື່ອງເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ຄື: ການປ້ອງກັນຊາດ, ການສຶກສາມະຫາວິທະຍາໄລ, ເປັນຕົ້ນແມ່ນການພົບປະແລກປ່ຽນຊາວໜຸ່ມສອງປະເທດ. ໃນໄລຍະຜ່ານມາ, ກຸ່ມສະມາຊິກລັດຖະສະພາມິດຕະພາບຝະລັ່ງ-ຫວຽດນາມ ຂອງສະພາສູງຝະລັ່ງ ກໍ່ໄດ້ຕ້ອນຮັບບັນດາຄະນະປະຕິບັດງານຂອງບາງກໍາມາທິການຂອງສະພາແຫ່ງຊາດຫວຽດນາມ, ແບ່ງປັນບົດຮຽນໃນຂົງເຂດວັດທະນະທໍາ, ການເງິນ, ອົງການຈັດຕັ້ງອໍານາດການປົກຄອງ...

ທ່ານນາງ ຫງວຽນທິກິມເງິນ ຖືວ່າ, ເລື່ອງລົງນາມໃນສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA) ແລະສັນຍາປົກປ້ອງການລົງທຶນ (IPA) ຈະເປີດບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະເອີລົບເວົ້າລວມ ກໍ່ຄືລະຫວ່າງຫວຽດນາມ ແລະຝະລັ່ງເວົ້າສະເພາະ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ, ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ Catherine Deroche. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ແລະທ່ານນາງ Catherine Deroche ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກ. ສະແດງຄວາມຊົມເຊີຍຫຼັກໝັ້ນສະໜັບສະໜູນຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ທ່ານນາງ ຫງວຽນທິກິມເງິນ ປາດຖະໜາຢາກໃຫ້ຝະລັ່ງ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ເຄົາລົບສິດ ແລະຜົນປະໂຫຍດຖືກຕາມກົດໝາຍຂອງບັນດາປະເທດຢູ່ທະເລຕາເວັນອອກ.

ໂດຍ: ທູຈາງ