ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນແນວທາງຍຸດທະສາດຂອງການປະຕິວັດຫວຽດນາມ, ແມ່ນກໍາລັງໜູນ ແລະແຫຼ່ງກໍາລັງອັນໃຫຍ່ຫຼວງໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ໃນຊຸມປີຜ່ານມາ, ສະພາບການຂອງໂລກ ແລະພາກພື້ນມີການສັບສົນຫຼາຍຢ່າງ. ພາຍໃຕ້ການນໍາພາຂອງພັກ, ຍ້ອນມີການເຕົ້າໂຮມ, ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີຂອງຊາດ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຈິດໃຈຊົນຊາດ, ນໍ້າໃຈຮັກຊາດໄດ້ປຸກລຸກຢ່າງແຮງ; ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສາຍພົວພັນສະໜິດຕິດພັນ ແລະຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດໄດ້ຮັບການປັບປຸງ; ປະຊາຊົນທຸກຊັ້ນວັນນະເສີມຂະຫຍາຍສິດເປັນເຈົ້າຂອງ, ສາມັກຄີແຂ່ງຂັນກັນສ້າງສາ ແລະປົກປັກຮັກສາປະເທດຊາດຢ່າງບໍ່ຢຸດຢັ້ງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຄັ້ງທີ IX. ພາບ: qdnd.vn.

ໃນອາຍຸການຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງມະຫາຊົນ ໄດ້ຕັ້ງໜ້າປ່ຽນແປງໃໝ່ກ່ຽວກັບເນື້ອໃນ ແລະວິທີການເຄື່ອນໄຫວ; ເສີມຂະຫຍາຍບົດບາດເຕົ້າໂຮມ, ກໍ່ສ້າງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ດີກວ່າເກົ່າ; ພ້ອມກັບພັກ, ລັດ ເບິ່ງແຍງດູແລ, ປົກປ້ອງສິດ ແລະຜົນປະໂຫຍດຖືກຕາມກົດໝາຍ, ອັນຊອບທໍາຂອງປະຊາຊົນ; ເຂົ້າຮ່ວມການກໍ່ສ້າງພັກ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ; ຈັດຕັ້ງບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ... ຢ່າງມີປະສີດທິຜົນ.

ເພື່ອປະຕິບັດບົດບາດ, ຄວາມຮັບຜິດຊອບທີ່ໄດ້ກໍານົດໄວ້ໃນໂຄງການດຳເນີນງານສ້າງສາປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນລັດທິສັງຄົມນິຍົມ ແລະບັນດາມະຕິຂອງພັກ, ລັດຖະທຳມະນູນປີ 2013, ກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ ປີ 2015 ເປັນຢ່າງດີ; ຮຽກຮ້ອງໃຫ້ແນວໂຮມປະເທດຊາດຫວຽດນາມ ໃນອາຍຸການໃໝ່ສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງບົດບາດ, ຄວາມຮັບຜິດຊອບຕໍ່ໜ້າພັກ ແລະປະຊາຊົນ; ກໍານົດເປົ້າໝາຍ, ໂຄງການດໍາເນີນງານ, ມາດຕະການລະອຽດ, ປະຕິບັດພາລະກໍາອັນສູງສົ່ງແມ່ນກໍ່ສ້າງ ແລະປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດຊາດຢ່າງແໜ້ນແຟ້ນ.

ແນວໂຮມປະເທດຊາດທຸກຂັ້ນຄວນສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງພັກ, ອໍານາດການປົກຄອງກັບປະຊາຊົນໃຫ້ຫຼາຍກວ່າອີກ; ເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາ, ຂົນຂວາຍ; ກໍາແໜ້ນ, ເຕົ້າໂຮມ, ສ່ອງແສງສະພາບການຂອງປະຊາຊົນ; ປ່ຽນແປງໃໝ່ເນື້ອໃນ ແລະວິທີການເຄື່ອນໄຫວຕາມທິດໃກ້ຊິດຕິດແທດກັບປະຊາຊົນ, ມຸ່ງໄປເຖິງຮາກຖານ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.

ພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່, ເສີມຂະຫຍາຍຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ໃນລະດັບສູງສຸດ. ນັ້ນກໍ່ແມ່ນມູນເຊື້ອອັນລໍ້າຄ່າ, ກໍາລັງແຮງອັນຍິ່ງໃຫຍ່ໃນຕະຫຼອດໄລຍະທາງປະຫວັດສາດຂອງຊາດ ແລະການປະຕິວັດ, ຄືດັ່ງປະທານໂຮ່ຈີມິນ ເຄີຍຢັ້ງຢືນວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ສໍາເລັດຜົນ, ສໍາເລັດຜົນ, ມະຫາສໍາເລັດຜົນ”. ພິເສດ, ສາມັກຄີໃນພັກແມ່ນປັດໄຈແກ່ນສານ, ແມ່ນພື້ນຖານຢ່າງໜັກແໜ້ນ ເພື່ອເສີມຂະຫຍາຍມູນເຊື້ອຮັກຊາດ, ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດພາລະກິດປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມຢ່າງມີໄຊ.

ໃນວິວັດແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່ຂະຫຍາຍຕົວ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າ ແລະພິເສດຂອງແນວໂຮມປະເທດຊາດຫວຽດນາມ, ຍາມໃດກໍ່ຄຽງບ່າຄຽງໄຫຼ່ ແລະແມ່ນບ່ອນອີງຢ່າງແໜ້ນແຟ້ນຂອງພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະປະຊາຊົນ. ບັນດາອົງການ, ກົມກອງໃນທົ່ວກອງທັບຍາມໃດກໍ່ເປັນແບບຢ່າງ, ນໍາໜ້າໃນການປະຕິບັດບັນດາຂະບວນການ, ການຂົນຂວາຍໂດຍພັກ, ລັດ, ແນວໂຮມປະເທດຊາດ ແລະທ້ອງຖິ່ນຕ່າງໆປຸກລະດົມ, ປະກອບສ່ວນຕັ້ງໜ້າເຂົ້າບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານແນວໂຮມຊຸມປີຜ່ານມາ, ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ເຮັດແຈ້ງມູນເຊື້ອ, ຄຸນນະທາດທະຫານລຸງໂຮ່-ທະຫານຂອງປະຊາຊົນ.

ໂດຍ: ທູຈາງ