ໃນຂອບເຂດການຢ້ຽມຢາມ, ທ່ານ ຫວໍວັນເຖືອງ ໄດ້ມີການພົບປະ ແລະເຮັດວຽກກັບການນຳຂັ້ນສູງຂອງພັກກຳອຳນາດ, ລັດຖະບານ ແລະສະພາແຫ່ງຊາດກາຊັກສະຖານ, ໃນນັ້ນມີທ່ານ Bauyrzhan Baibek,  ຮອງປະທານຜູ້ທີໜຶ່ງພັກ “Nur Otan” ກຳອຳນາດ; ທ່ານ  Nurlan Nigmatulin, ປະທານສະພາຕໍ່າກາຊັກສະຖານ...

leftcenterrightdel
ທ່ານ ຫວໍວັນເຖືອງ ແລະບັນດາສະມາຊິກໃນຄະນະປະຕິບັດງານ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະເຈລະຈາ, ການພົບປະຕ່າງໆ,  ສອງຝ່າຍໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ສະພາບການຂອງໂລກ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ແລກປ່ຽນບັນດາທິດທາງ, ມາດຕະການຊຸກຍູ້ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກ “Nur Otan” ກຳອຳນາດຂອງກາຊັກສະຖານ ເວົ້າສະເພາະ ແລະການພົວພັນລະຫວ່າງສອງປະເທດເວົ້າລວມ ໃນໄລຍະຜ່ານມາ. ສອງຝ່າຍໄດ້ຢັ້ງຢືນວ່າ,  ຫວຽດນາມ ແລະກາຊັກສະຖານ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຜ່ານຫຼາຍຮຸ່ນຄົນ.

ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນເປັນປະຈໍາຢູ່ສະຫະປະຊາຊາດ ກໍ່ຄືຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ. ທ່ານ ຫວໍວັນເຖືອງ ໄດ້ແຈ້ງໃຫ້ຝ່າຍກາຊັກສະຖານ ຮັບຊາບກ່ຽວກັບສະພາບການ ແລະບັນດາການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກໃນປະຈຸບັນ, ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).  ຝ່າຍກາຊັກສະຖານ ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປຢູ່ທະເລຕາເວັນອອກ, ແບ່ງປັນຫຼັກໝັ້ນໃນການແກ້ໄຂບັນຫາໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

ໂດຍ: ທະນາພອນ