ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ຢືນຢັນວ່າ, ການນໍາພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະຮັບຟັງບັນດາຄໍາຄິດເຫັນທີ່ປຶກສາອັນລໍ້າຄ່າຂອງ IMF ໃນວິວັດການວາງ​ແຜນນະໂຍບາຍ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ທ່ານ ຫງວຽນວັນບິ່ງ ສະເໜີທ່ານ Francois Painchaud ເພີ່ມທະວີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດໃຫ້ຄຳປຶກສາດ້ານນະໂຍບາຍ ແລະໜູນຊ່ວຍດ້ານເຕັກນິກ, ຍົກສູງກໍາລັງຄວາມສາມາດໃຫ້ຝ່າຍຫວຽດນາມ.

leftcenterrightdel
ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງພັກ ຕ້ອນຮັບທ່ານ Francois Painchaud, ຫົວໜ້າຜູ້ຕາງໜ້າກອງທຶນສາກົນ (IMF) ປະຈໍາ ຫວຽດນາມ. ພາບ: ແມ້ງຮຸ່ງ.

ທ່ານ Francois Painchaud ຕີລາຄາສູງຜົນງານຕ່າງໆ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ຄວບຄຸມໄພເງິນເຟີ້ ແລະເຕີບໂຕເສດຖະກິດ; ຢັ້ງຢືນວ່າ IMF ຈະສືບຕໍ່ຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນການໃຫ້ຄຳປຶກສາດ້ານນະໂຍບາຍ ແລະໜູນຊ່ວຍຍົກສູງກໍາລັງຄວາມສາມາດ.

ຕອນບ່າຍວັນດຽວກັນ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ ກໍ່ໄດ້ຕ້ອນຮັບທ່ານ Changhee-Lee, ຜູ້ອໍານວຍການຫ້ອງການຕາງໜ້າແຫ່ງຊາດຂອງອົງການແຮງງານສາກົນ (ILO) ປະຈໍາ ຫວຽດນາມ.

ທ່ານ ຫງວຽນວັນບິ່ງ ຕີລາຄາສູງບົດບາດ, ການສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງ ILO ຢູ່ ຫວຽດນາມ ໃນຂົງເຂດແຮງງານ, ພັດທະນາເສດຖະກິດ-ສັງຄົມແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າຂອງ ILO ເຂົ້າໃນວິວັດການສ້າງກົດໝາຍ, ນະໂຍບາຍກ່ຽວກັບແຮງງານ ແລະສັງຄົມຂອງຫວຽດນາມ, ທ່ານ ຫງວຽນວັນບິ່ງ ຢັ້ງຢືນວ່າໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາສົນທິສັນຍາສາກົນ, ລວມມີທັງສົນທິສັນຍາກ່ຽວກັບແຮງງານ.

leftcenterrightdel
ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງພັກ ຕ້ອນຮັບທ່ານ Changhee-Lee, ຜູ້ອໍານວຍການຫ້ອງການຕາງໜ້າແຫ່ງຊາດຂອງອົງການແຮງງານສາກົນ (ILO) ປະຈໍາ ຫວຽດນາມ. ພາບ: ແມ່ງຮຸ່ງ.

ທ່ານ Changhee-Lee ຢັ້ງຢືນວ່າ, ILO ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືທີ່ດີງາມ, ໜູນຊ່ວຍຫວຽດນາມຢ່າງຕັ້ງໜ້າໃນການບູລະນະລະບົບນະໂຍບາຍກົດໝາຍກ່ຽວກັບແຮງງານ, ວຽກເຮັດງານທໍາ, ຊີວິດສັງຄົມທີ່ສອດຄ່ອງກັບສະພາບການໃໝ່; ສ້າງຍຸດທະສາດ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆທີ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະການພັດທະນາຍຸດທະສາດກ່ຽວກັບວຽກເຮັດຂຽວ; ຍົກສູງບັນດາເງື່ອນໄຂເສດຖະກິດ ແລະສັງຄົມເພື່ອນໍາຫວຽດນາມ ຫຼຸດພົ້ນອອກຈາກລາຍຮັບປານກາງສະເລ່ຍ.

ໂດຍ: ໄຊນີດາ