ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍບັນດາການນໍາໄດ້ຖະຫວາຍທູບທຽນອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ, ຜູ້ນໍາທີ່ດີເລີດຂອງພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ.

ກ່ອນນີ້ເຄິ່ງສັດຕະວັດ, ເວລາ 9 ໂມງ 47 ນາທີຂອງວັນທີ 2 ກັນຍາ 1969 (ກົງກັບວັນທີ 21 ກໍລະກົດ ປີລະກາ), ປະທານໂຮ່ຈີມິນ ໄດ້ສິ້ນລົມຫາຍໃຈບາດສຸດທ້າຍ. ກ່ອນຈະຈາກໄປ, ລຸງໂຮ່ ໄດ້ສ້າງພິໄນກໍາອັນສັກກາລະບູຊາ, ເປັນຊັບສົມບັດທາງດ້ານຈິດໃຈອັນລໍ້າຄ່າ, ເປັນຄໍາສັ່ງສອນຕັກເຕືອນ ແລະອາລົມຈິດອັນດູດດື່ມ, ຄວາມເຊື່ອໝັ້ນອັນເລິກເຊິ່ງປະໄວ້ໃຫ້ຄົນຮຸ່ນຫຼັງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕໍ່ດວງວິນຍານຂອງປະທານໂຮ່ຈີມິນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕາງໜ້າທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ປະຕິຍານວ່າຈະສືບຕໍ່ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ ແລະແບບແຜນການດໍາລົງຊີວິດຂອງເພິ່ນ, ຝຶກຝົນຫຼໍ່ຫຼອມຄວາມເຊື່ອໝັ້ນ ແລະຄວາມມຸ່ງຫວັງຂອງຊາດ, ປະຕິບັດວິໄສທັດກ່ຽວກັບການພັດທະນາປະເທດຊາດໃນປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະວິໄສທັດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ, ສ້າງສາປະເທດຊາດ ຫວຽດນາມ  ໃຫ້ວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ, ເປັນພື້ນຖານເພື່ອໃຫ້ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນ ສ້າງໜ້າປະຫວັດສາດຄໍາຂອງຊາດຕື່ມອີກ, ປະຕິບັດໄດ້ຄວາມມຸ່ງມາດປາດຖະໜາຂອງປະທານ ໂຮ່ຈີມິນ ເມື່ອຍັງມີຊີວິດຢູ່ນັ້ນແມ່ນສ້າງສາ “ປະເທດເຮົາໃຫ້ສະຫງ່າຜ່າເຜີຍກວ່າ, ຍິ່ງໃຫຍ່ ແລະສວຍງາມກວ່າ” ເທື່ອລະກ້າວ.

ໂດຍ: ກວຽດເຕິມ