leftcenterrightdel
ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ແລະບັນດາຜູ້ແທນຖ່າຍຮູບທີ່ວາລະເປີດກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຕ່ອງທິຟ໋ອງ ຕີລາຄາສູງກົນໄກຮ່ວມມືລະຫວ່າງກໍາມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດໃນໄລຍະຜ່ານມາ, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດຢ່າງເລິກເຊິ່ງ ແລະມີປະສິດທິຜົນກວ່າອີກ. ພິເສດ, ກອງປະຊຸມຄັ້ງນີ້ເປັນຂີດໝາຍ 20 ປີແຫ່ງວັນສ້າງຕັ້ງ ແລະພັດທະນາຂອງເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (1999-2019).

ນີ້ແມ່ນໂອກາດເພື່ອຫວນຄືນ ແລະຕີລາຄາການປະຕິບັດບັນດາຂໍ້ຕົກລົງຮ່ວມມື ກໍາປູເຈຍ-ລາວ-ຫວຽດນາມ ຢ່າງຮອບດ້ານ ແລະມີປະສິດທີຜົນ. ທັງແມ່ນໂອກາດເພື່ອໃຫ້ບັນດາຝ່າຍແລກປ່ຽນ, ປຶກສາຫາລື, ວາງອອກບັນດາທິດທາງເພື່ອແນໃສ່ຍົກສູງບົດບາດຂອງສະພາແຫ່ງຊາດໃນການສ້າງກົດໝາຍ, ຕິດຕາມກວດກາ ແລະຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານ 3 ປະເທດ. ທ່ານນາງ ຕ່ອງທິຟ໋ອງ ສະເໜີບັນດາຜູ້ແທນສືບຕໍ່ເອົາໃຈໃສ່, ຊຸກຍູ້ ແລະເຂົ້າຮ່ວມຍຸດທະສາດພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ໃນໄລຍະຈະມາເຖິງຢ່າງໃກ້ຊິດຕິດແທດກວ່າອີກ.

ໂດຍ: ຈາງຫງວຽນ